24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 888 ຄົນ

(VOVWORLD) -ໃນວັນທີ 22 ມິຖຸນາ, ຫວຽດນາມມີ 5.657 ກໍລະນີໄດ້ປະກາດປິ່ນປົວຫາຍດີ. ປະຈຸບັນ, ຍອດຈຳນວນຜູ້ປິ່ນປົວຫາຍດີແມ່ນ 9.622.837 ຄົນ
24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 888 ຄົນ - ảnh 1ພາບປະກອບ

    ນັບແຕ່ເວລາ 16:00 ໂມງຂອງວັນທີ 21 ມິຖຸນາຫາວັນທີ 22 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 888 ຄົນ ຢູ່ 43/63 ແຂວງ, ນະຄອນ. ນັບແຕ່ເລີ່ມຕົ້ນການແຜ່ລະບາດເປັນຕົ້ນມາ, ຫວຽດນາມມີ 10,739,855 ຄົນເປັນພະຍາດໂຄວິດ-19.

    ໃນວັນທີ 22 ມິຖຸນາ, ຫວຽດນາມມີ 5.657 ກໍລະນີໄດ້ປະກາດປິ່ນປົວຫາຍດີ. ປະຈຸບັນ, ຍອດຈຳນວນຜູ້ປິ່ນປົວຫາຍດີແມ່ນ 9.622.837 ຄົນ. ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມບໍ່ມີຜູ້ເສຍຊີວິດຍ້ອນໂຄວິດ -19.

          ກ່ຽວກັບການສັກຢາວັກຊິນປ້ອງກັນ ໂຄວິດ-19, ມາຮອດຕອນບ່າຍວັນທີ 22 ມິຖຸນາ, ໃນທົ່ວປະເທດໄດ້ສັກວັກຊີນກັນພະຍາດໂຄວິດ-19 ໄດ້ທັງໝົດ 226.741.624 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ