(ພາບປະກອບ)
(vovworld) - ກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ໃຫ້ຮູ້ວ່າ, ໄລ່ຮອດໝົດເດືອນ 4, ທົ່ວປະເທດດຶງດູດທຶນ FDIໄດ້ເກືອບ 6,8 ຕື້ USD, ເພີ່ມຂຶ້ນ 85% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະນັ້ນ, ສາມາດປ່ອຍທຶນໄດ້ 4,7 ຕື້ USD, ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ໃນ 4 ເດືອນຕົ້ນປີ, ຂະແໜງອຸດສາຫະກຳຜະລິດປຸງແຕ່ງ, ປະດິດສ້າງ, ແມ່ນຂະແໜງດຶງດູດທຶນຈາກຕ່າງປະເທດໄດ້ຫຼາຍກວ່າໝູ່, ດ້ວຍຈຳນວນທຶນຈົດທະບຽນບັນລຸເກືອບ 5.25 ຕື້ USD. ໃນ 4 ເດືອນຕົ້ນປີ, ທົ່ວປະເທດມີ 41 ແຂວງ, ນະຄອນມີໂຄງການລົງທຶນໂດຍກົງຈາກຕ່າງປະເທດໄດ້ຮັບໜັງສືອະນຸຍາດໃໝ່. ໃນນັ້ນ, ຫາຍຝ່ອງມີຈຳນວນທຶນຈົດທະບຽນຫຼາຍກວ່າໝູ່, ແມ່ນ 1,6 ຕື້ USD, ຖັດມາແມ່ນ ຮ່າໂນ້ຍ, ບິ່ງເຢືອງ, ບັກນິງ, ດົ່ງນາຍ, ຕ່ຽນຢາງ, ນະຄອນ ໂຮ່ຈີມິນ. ໃນຈຳນວນ 45 ປະເທດ ແລະ ເຂດແຄວ້ນທີ່ມີໂຄງການລົງທຶນໄດ້ຮັບໜັງສືອະນຸຍາດໃໝ່ຢູ່ ຫວຽດນາມ ໃນ 4 ເດືອນຜ່ານມານັ້ນ, ສ ເກົາຫຼີແມ່ນນັກລົງທຶນໃຫຍ່ກວ່າໝູ່, ດ້ວຍ 2.48 ຕື້ USD, ຖັດມາແມ່ນ ສິງຄະໂປ, ໄຕ້ຫວັນ, ຍີ່ປຸ່ນ, ມາເລເຊຍ, ໂຮງກົງ, ຈີນ.