40 ປີ ຫວຽດນາມ ມີຄວາມເອກອ້າງທະນົງໃຈແມ່ນສະມາຊິກມີຄວາມຮັບຜິດຊອບຂອງ ສປຊ

(VOVWORLD) - ຕອນເຊົ້າວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບຫ້ອງການປະສານງານ ສປຊ ປະຈຳ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ສປຊ. 
40 ປີ ຫວຽດນາມ ມີຄວາມເອກອ້າງທະນົງໃຈແມ່ນສະມາຊິກມີຄວາມຮັບຜິດຊອບຂອງ ສປຊ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ກ່່າວຄຳເຫັນທີ່ພິທີ)

ເຂົ້າຮ່ວມ ແລະ ກ່່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງເລື່ອງ ຫວຽດນາມ ກາຍເປັນສະມາຊິກທີ 149 ຂອງ ສປຊ ໃນວັນທີ 20 ກັນຍາ 1977, ເປັນຂີດໝາຍຂອງການຮັບຮູ້ຕໍ່ປະເທດ ຫວຽດນາມ ເອກະລາດ, ເສລີພາບ, ເອກະພາບ, ກ້າວເຂົ້າສູ່ພາລະກິດແຫ່ງການປ່ຽນໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ:

        “ຫວນຄືນ 40 ປີທີ່ຜ່ານມາ, ຫວຽດນາມ ມີຄວາມເອກອ້າງທະນົງໃຈທີ່ເປັນສະມາຊິກມີຄວາມຮັບຜິດຊອບຂອງ ສປຊ. ເຖິງວ່າແຫຼ່ງກຳລັງຍັງຈຳກັດຢູ່, ແຕ່ຍາມໃດ ຫວຽດນາມ ກໍ່ປະກອບສ່ວນຢ່າງຕັ້ງໜ້າໃນ 3 ເສົາຄ້ຳແມ່ນສັນຕິພາບ - ຄວາມໝັ້ນຄົງ, ການພັດທະນາ ແລະ ສິດທິມະນຸດ. ຂອບເຂດການຮ່ວມມືພັດທະນາ ຫວຽດນາມ - ສປຊ ໄດ້ຮັບຖືວ່າ ແມ່ນຮູບແບບທີ່ປະສົບຜົນສຳເລັດ.”

ເພື່ອປະຕິບັດສຳເລັດບັນດາຄາດໝາຍອັນສູງສົ່ງກ່ຽວກັບການຮ່ວມມືພັດທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ຕ້ອງມີສັນຕິພາບ, ສະຖຽນລະພາບ, ສິ່ງດັ່ງກ່າວແມ່ນມີຄວາມໝາຍພິເສດສຳລັບອາຊີ - ປາຊີຟິກ, ເຊິ່ງແມ່ນແຫ່ງທີ່ມີຈຸດຮ້ອນເຮັ່ງນາບຂູ່ເຖິງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ທົ່ວໂລກ. ບົນພື້ນຖານນີ້, ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ.

        “ຫວຽດນາມ ສະໜັບສະໜູນຢ່າງແຮງຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ: ປີ 2017 ແມ່ນປີເພື່ອສັນຕິພາບ. ຂ້າພະເຈົ້າຫວັງວ່າ, ສະຫະປະຊາຊາດ ຈະເສີມຂະຫຍາຍບົດບາດຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ສະກັດກັ້ນ ແລະ ຊຸກຍູ້ວິທີການແກ້ໄຂການປະທະກັນ, ການຂັດແຍ້ງໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ”.

        ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງການເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນກັບສະຫະປະຊາຊາດ, ຍາມໃດກໍ່ແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ປະຕິບັດໜ້າທີ່ຄວາມຮັບຜິດຊອບເປັນສະມາຊິກຂອງອົງການຕ່າງໆຂອງສະຫະປະຊາຊາດ, ປາດຖະໜາຢາກໄດ້ຮັບການສະໜັບສະໜູນຂອງປະຊາຄົມສາກົນເພື່ອກາຍເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ