44ປີແຫ່ງວັນອອກຖະແຫລງການຮ່ວມລະຫວ່າງສປປເກົາຫລີແລະສເກົາຫລີ
ປະທານາທິບໍດີ ສເກົາຫລີ ທ່ານນາງ Park Geun hye
ພາບ:xaluan
|
(vovworld)- ວັນທີ 4/7, ປະທານາທິບໍດີ ສເກົາຫລີ ທ່ານນາງ Park Geun hye ໄດ້ຮຽກຮ້ອງເພີ່ມທະວີຄວາມສາມັກຄີຊົນຊາດ, “ບໍ່ໄດ້ລະເລີຍຕ້ອງມີຄວາມລະມັດລະວັງ” ແລະ ສ້າງແນວໂຮມເອກະພາບເພື່ອສະກັດກັ້ນ “ການແຕກແຫງໃນຄວາມມານະພະຍາຍາມຂອງປະຊາຄົມສາກົນ” ເພື່ອຈຳກັດ ສປປ ເກົາຫລີ ພັດທະນາໂຄງການນິວເຄຼຍ. ການນຳ ສເກົາຫລີ ຖືວ່າ ບັນດາຄວາມມານະພະຍາຍາມນີ້ພຽງແຕ່ເຮັດໃຫ້ບັນດາມາດຕະການລົງໂທດຂອງປະຊາຄົມສາກົນແຂງແຮງກວ່າ ແລະ ກໍ່ຄວາມຂາດສະຖຽນລະພາບທາງສັງຄົມ. ໃນວັນດຽວກັນ, ຢູ່ທຳນຽບປະທານາທິບໍດີ ສເກົາຫລີ, ທ່ານນາງ ປະທານາທິບໍດີ Park Geun hye ໄດ້ມີການພົບປະກັບບັນດາສະມາຊິກຂອງອົງການພົນລະເຮືອນ “ສະຫະພັນເສລິພາບ ສເກົາຫລີ”. ກ່າວຄຳເຫັນທີ່ການພົບປະ, ທ່ານນາງ Park Geun hye ຖະແຫລງວ່າ ຖ້າຫາກ ສປປ ເກົາຫລີ ບໍ່ປ່ຽນແປງການກະທຳກ່ຽວກັບໂຄງການອາວຸດນິວເຄຼຍຂອງເຂົາເຈົ້າ, ບໍ່ວ່າກອງປະຊຸມໃດຫລືຂໍ້ຕົກລົງໃດກັບພຽງຢາງ ລ້ວນແຕ່ “ໄຮ້ຄວາມໝາຍ”, “ບໍ່ແທດຈິງ”.
ທ່ານນາງປະທານາທິບໍດີ Park Geun hye ຍົກອອກຄຳຖະແຫລງດັ່ງກ່າວກົງກັບໂອກາດສະເຫລີມສະຫລອງ 44 ປີ ແຫ່ງວັນອອກຖະແຫລງການຮ່ວມລະຫວ່າງ ສປປ ເກົາຫລີ ແລະ ສເກົາຫລີ (4/7/1972-4/7/2016), ຕາມນັ້ນແລ້ວ ແຫລມເກົາຫລີ ມຸ່ງໄປເຖິງການທ້ອນໂຮມປະເທດຊາດຜ່ານ 3 ຫລັກການ ເປັນເຈົ້າຕົນເອງ, ສັນຕິພາບ ແລະ ກຸ່ມກ້ອນມະຫາສາມັກຄີຊົນຊາດ.