6 ປະເທດເຂົ້າຮ່ວມງານມະໂຫລານ “ຟ້ອນຍຸກປະຈຸບັນ: ການພົບປະອາຊີ - ເອີລົບ” ຢູ່ຫວຽດນາມ

(VOVWORLD) -ງານມະໂຫລານ “ຟ້ອນຍຸກປະຈຸບັນ: ການພົບປະອາຊີ - ເອີລົບ” ດ້ວຍການເຂົ້າຮ່ວມຂອງ 6 ປະເທດເຊິ່ງລວມມີ: ເຢຍລະມັນ, ຝລັ່ງ, ການາດາ, ສະວິດ, ແອັດສະປາຍ, ຫວຽດນາມ
6 ປະເທດເຂົ້າຮ່ວມງານມະໂຫລານ “ຟ້ອນຍຸກປະຈຸບັນ: ການພົບປະອາຊີ - ເອີລົບ” ຢູ່ຫວຽດນາມ - ảnh 1 (ພາບ: ຄະນະກຳມະການຈັດຕັ້ງ)

ຈະຖືກດຳເນີນຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 20 ຫາ 24 ກັນຍາ ແລະ ຢູ່ນະຄອນໂຮ່ຈິມິນ ແມ່ນໃນລະຫວ່າງວັນທີ 21 ກັນຍາ ຫາ 14 ຕຸລາ. ງານມະໂຫລານແມ່ນເຫດການວັດທະນະທຳສິລະປະເພື່ອແນໃສ່ໂຄສະນາ ແລະ ພັດທະນາຄຸນຄ່າຂອງສິລະປະຟ້ອນຍຸກປະຈຸບັນຢູ່ຫວຽດນາມ, ສ້າງຂົວເຊື່ອມຕໍ່ເພື່ອໃຫ້ບັນດານັກສິລະປິນໄດ້ແລກປ່ຽນ, ແບ່ງປັນບົດຮຽນ, ພ້ອມທັງສ້າງກາລະໂອກາດເພື່ອໃຫ້ຜູ້ຊົມຫວຽດນາມ ມີຄວາມໃກ້ຊິດກັບບັນດາຮູບແບບຂອງການຟ້ອນຍຸກປະຈຸບັນທີ່ເປັນຫຼາຍຮູບຫຼາຍແບບກວ່າ. ຜູ້ນິຍົມຊົມຊອບສິລະປະຟ້ອນຍຸກປະຈຸບັນ ຈະມີໂອກາດໄດ້ຮັບຊົມບັນດາລາຍການ ເຊິ່ງບັນດານັກສິລະປິນຈະສະແດງຢູ່ເຂດສາທາລະນະຢູ່ 2 ນະຄອນໃຫຍ່ຂອງຫວຽດນາມ ນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ