(vovworld) - ສະຫະສະມາຄົມທັນຍາຫານຫວຽດນາມ (ຫຼື VFA) ໃຫ້ຮູ້ວ່າ: ປະລິມານເຂົ້າສານສົ່ງອອກຂອງຫວຽດນາມ ໃນເດືອນ 6 ຜ່ານມາບັນລຸເກືອບ 870.000 ໂຕນ. ເພີ່ມຂຶ້ນເກືອບ 35% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ໄລ່ລວມ 6 ເດືອນຜ່ານມາ, ປະລິມານສົ່ງອອກເຂົ້າສານບັນລຸກ່ວາ 3,4 ລ້ານໂຕນ. ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລ້ວ, ປະລິມານເຂົ້າສານປີນີ້ປະມານ 8,3 ລ້ານໂຕນ (ເຊິ່ງລວມມີເຂົ້າສານ 1,1 ລ້ານໂຕນທີ່ຍັງຄ້າງສາງຂອງປີກາຍ). ສະຫະສະມາຄົມທັນຍາຫານຫວຽດນາມ ຄາດຄະເນວ່າ: ດ້ວຍສັນຍາໄດ້ຮັບການລົງນາມແລ້ວ ແລະ ຄາດວ່າຈະລົງນາມອີກ ເຊິ່ງປະລິມານເຂົ້າສານໃນ 6 ເດືອນທ້າຍປີອາດຈະບັນລຸ 3,6 ລ້ານໂຕນ. ແລະ ປະລິມານສົ່ງອອກເຂົ້າສານຂອງປີນີ້ ອາດຈະບັນລຸກ່ວາ 7 ລ້ານໂຕນ.