61ຄົນເສຍຊີວິດໃນເຫດເຮືອບິນຕົກຢູ່ລັດເຊຍ

61ຄົນເສຍຊີວິດໃນເຫດເຮືອບິນຕົກຢູ່ລັດເຊຍ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 19/03 (ຕາມ​ເວລາ ຫວຽດນາມ), ​ເຮືອບິນ Boeing 738 ຂອງ​ບໍລິສັດ​ການບິນ Flydubai ຂອງ ອາ​ຫຼັບ​ເອມມີ​ເຫຼດຢູ​ໃນ​ເຕບ (UEA) ​ໄດ້​ຕົກ​ລົງສະໜາມ​ບິນ​ຂອງ​ນະຄອນ Rostov – on – Don, ພາກ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ ລັດ​ເຊຍ ​ພວມ​ລົງ​ຈອດ. ຕາມສື່​ມວນ​ຊົນ ລັດ​ເຊຍ ​ແລ້ວ, ລວມມີ 61 ຄົນ, ​ໃນ​ນັ້ນ​ມີ 55 ຄົນ​ເປັນຜູ້​ໂດຍສານ (ສ່ວນ​ຫລາຍ​​ແມ່ນ​ຊາວ ລັດ​ເຊຍ) ​ແລະ ຈຸ​ບິນ 6 ຄົນ​ຖື​ກ​ເສຍ​ຊີວິດ. ໝາກຜົນ​ແຫ່ງ​ການ​ສືບສວນ​ໃນ​ເບື້ອງ​ຕົ້ນ​ໃຫ້​ເຫັນ​ວ່າ: ​ເຮືອບິນ​ໄດ້​ລົງສູ່ລານ​ບິນ​, ລະ​ເບີດ ​ແລະ ​ໄຟ​​ໄໝ້. ກະຊວງສະພາວະ​ສຸກ​ເສີນ ລັດ​ເຊຍ ​ໄດ້​ສົ່ງ​ພາລະ​ກອນ 700 ຄົນ ​ແລະ 90 ພາຫະນະອຸປະ​ກອບ​ເຖິງສະຖານ​ທີ່​ເກີດ​ອຸປະຕິ​ເຫັດ ​ເພື່ອຮີບ​ດ່ວນຊອກຫາຊາກ​ສົບຜູ້​ປະສົບ​ເຄາະ​ຮ້າຍ ​ແລະ ກັບ​ດຳ 2 ອັນ. ປະຈຸ​ບັນ​​ສະໜາມ​ບິນ​ນີ້​ພວມຖືກປິດ​ລ້ອນ

ຂ່າວ/ບົດ​ອື່ນ