62 ວິສາຫະກິດໄດ້ຮັບລາງວັນມັງກອນຄຳ ແລະ 100 ວິສາຫະກິດມີເຄື່ອງໝາຍການຄ້າເຂັ້ມແຂງຂອງຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 14 ເມສາ, ຢູ່ຮ່າໂນ້ຍ, ໄດ້ຈັດງານມະໂຫລານບັນດາ ວິສາຫະກິດມັງກອນຄຳ ແລະ ວິສາຫະກິດມີເຄື່ອງໝາຍການຄ້າເຂັ້ມແຂງຫວຽດນາມ 2017-2018
62 ວິສາຫະກິດໄດ້ຮັບລາງວັນມັງກອນຄຳ ແລະ 100 ວິສາຫະກິດມີເຄື່ອງໝາຍການຄ້າເຂັ້ມແຂງຂອງຫວຽດນາມ - ảnh 1 ບັນດາວິສາຫະກິດໄດ້ຮັບລາງວັນທີ່ພິທີ

ດ້ວຍຫົວຂໍ້ “ ເຊື່ອມຕໍ່ຢ່າງວັດທະນາຖາວອນ ແລະ ເຕີບໂຕແບບຍືນຍົງ ”, ງານມະໂຫລານບັນດາ ວິສາຫະກິດມັງກອນຄຳ ແລະ ວິສາຫະກິດມີເຄື່ອງໝາຍການຄ້າເຂັ້ມແຂງຫວຽດນາມ ມີການເຂົ້າຮ່ວມຂອງກວ່າ 400 ວິສາຫະກິດຢູ່ພາຍໃນປະເທດ ແລະ ວິສາຫະກິດທີ່ມີເງິນລົງທຶນຂອງຕ່າງປະເທດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ສົ່ງກະເຊົ້າດອກໄມ້ມາອວຍພອນ.

     ປີນີ້, ຄະນະຈັດຕັ້ງໄດ້ສຳຫຼວດ, ເລືອກເຟັ້ນ ແລະ ເຊີດຊູ 62 ວິສາຫະກິດທີ່ໄດ້ຮັບລາງວັນມັງກອນຄຳ ແລະ 100 ວິສາຫະກິດໄດ້ຮັບລາງວັນເຄື່ອງໝາຍການຄ້າເຂັ້ມແຂງຫວຽດນາມ. ທ່ານນາງດິງທິຫງອກມິນ ປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນລົງທຶນ ແລະ ການບໍລິການ ຕ້ວນມິນ ຊຶ່ງແມ່ນວິສາຫະກິດໄດ້ຮັບລາງວັນເຄື່ອງໝາຍການຄ້າເຂັ້ມແຂງຫວຽດນາມໃຫ້ຮູ້ວ່າ  :

   “ ເຖິງວ່າ ແມ່ນວິສາຫະກິດທີ່ຍັງໜຸ່ມນ້ອຍກໍຕາມ, ແຕ່ພວກຂ້າພະເຈົ້າໄດ້ບັນລຸຜົນງານໃດໜຶ່ງໃນວຽກງານ. ນາມມະຍົດນີ້ ແມ່ນການຮັບຮູ້ການປະກອບສ່ວນຂອງພະນັກງານ, ກຳມະກອນທຸກໆຄົນ. ເພື່ອບັນລຸໄດ້ຜົນງານດັ່ງກ່າວ, ພວກຂ້າພະເຈົ້າໄດ້ມານະພະຍາຍາມຢ່າງຫຼວງຫຼາຍໃນການສ້າງເຄື່ອງໝາຍການຄ້າໃຫ້ແກ່ວິສາຫະກິດຂອງຕົນ.  ”

ຕອບກັບ

ຂ່າວ/ບົດ​ອື່ນ