ບັນດາວິສາຫະກິດໄດ້ຮັບລາງວັນຄຸນນະພາບແຫ່ງຊາດປີ2014
|
(vovworld)- ໃນ 65 ວິສາຫະກິດໄດ້ຮັບລາງວັນຄຸນນະພາບແຫ່ງຊາດປີ 2014, ມີ 19 ວິສາຫະກິດ ໄດ້ຮັບລາງວັນຄຳ ແລະ 46 ວິສາຫະກິດໄດ້ຮັບລາງວັນເງິນ. ນອກນັ້ນ ມີ 3 ວິສາຫະກິດ ແມ່ນທະນາຄານການຄ້າຫຸ້ນສ່ວນກອງທັບ, ບໍລິສັດຫຸ້ນສ່ວນໄຊງອ່ນ ຟຸກວກ ແລະ ບໍລິສັດຈຳກັດຜູ້ດຽວຟຸ່ນອາຊົດ ແລະ ເຄມີ ຮ່າບັກ ໄດ້ຮັບລາງວັນຄຸນນະພາບສາກົນ ອາຊີ -ປາຊີຟີກ. ພິທີມອບລາງວັນຄຸນນະພາບແຫ່ງຊາດຖືກຈັດຂຶ້ນປະຈຳປີ ເພື່ອເຊີດຊູບັນດາວິສາຫະກິດຂຶ້ນກັບທຸກພາກສ່ວນເສດຖະກິດມີການເຄື່ອນໄຫວພົ້ນເດັ່ນກ່ຽວກັບຄຸນນະພາບ, ມີອິດທີພົນຊື່ສຽງໃນຕະຫລາດ, ປະກອບສ່ວນຫລວງຫລາຍໃຫ້ແກ່ສັງຄົມ ແລະ ໄດ້ໝູນໃຊ້ວິທະຍາສາດເຕັກໂນໂລຊີກ້າວຫນ້າໃນການຄຸ້ມຄອງ ແລະ ຜະລິດດຳເນີນທຸລະກິດ. ກ່າວຄຳເຫັນນະພິທີມອບລາງວັນຄຸນນະພາບແຫ່ງຊາດປີ 2014 ດຳເນີນໄປໃນຕອນເຊົ້າວັນທີ 22/3 ຢູ່ ຮ່າໂນ້ຍ, ທ່ານນາງ ປະທານປະເທດຫວຽດນາມ ຫງວຽນທິຢວານ ໄດ້ຢືນຢັນວ່າ:
“ຂ້າພະເຈົ້າປາດຖະຫນາວ່າ ບັນດາວິສາຫະກິດໄດ້ຮັບລາງວັນ ຕ້ອງພະຍາຍາມຮັກສາຄຸນນະພາບ ແລະ ອິດທີພົນຊື່ສຽງຂອງຕົນ ພ້ອມທັງສືບຕໍ່ຄົ້ນຄ້ວາ, ໝູນໃຊ້ວິທະຍາສາດເຕັກໂນໂລຊີກ້າວຫນ້າ ເພື່ອເຮັດແນວໃດສືບຕໍ່ຍົກສູງຄຸນນະພາບ ແລະ ພັດທະນາທີ່ຕັ້ງຂອງຕົນຢູ່ພາຍໃນປະເທດ ແລະ ພາກພື້ນ.”