90% ຈຳນວນພົນລະເມືອງນະຄອນໂຮ່ຈີ​ມິນຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ

 90% ຈຳນວນພົນລະເມືອງນະຄອນໂຮ່ຈີ​ມິນຊົມ​ໃຊ້​ສິນ​ຄ້າ​ຫວຽດ​ນາມ - ảnh 1

ຊາວຫວຽດນາມບຸລິມາສິດຊົມນຄ້າຫວຽດນາມ
(ພາບ​ອິນ​ເຕີ​ແນດ)

 (vovworld) ຕອນເຊົ້າວັນທີ 16/10, ຄະນະຊີ້ນຳບັ້ນຂົນຂວາຍ “ຊາວຫວຽດນາມບຸລິມາສິດຊົມໃຊ້​ສິນຄ້າຫວຽດນາມ“ ນະຄອນໂຮ່ຈີມິນ ໄດ້ ຈັດປະຊຸມສະຫຼຸບບັ້ນຂົນຂວາຍດັ່ງກ່າວ. ຕາມ​ຕົວ​ເລກສະຖິຕິ, ປະຈຸບັນ, ຢູ່ນະຄອນໂຮ່ຈີມິນ ມີກວ່າ 95% ຈຳນວນສິນຄ້າໃນຮ້ານຊັບພະສິນຄ້າ​ແມ່ນ​ສິນຄ້າ​ຂອງ​ຫວຽດນາມ ​ແລະ ປະຊາຊົນ​ນະຄອນກວມກວ່າ 90% ບຸລິ​ມາ​ສິດ​ຊົມໃຊ້​ສິນຄ້າ​ຫວຽດນາມ. ນັ້ນ​ແມ່ນ​ໝາກຜົນ​ບັນລຸ​ໄດ້​ໃນ 5 ປີທີ່​ນະຄອນ​ປະຕິບັດ​ບັ້ນ​ຂົນຂວາຍ “ຊາວຫວຽດນາມບຸລິມາສິດຊົມໃຊ້ສິນຄ້າ ຫວຽດນາມ“. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ທ້ຽນ​ເຍິນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຕີ​ລາຄ​ສູງ​ເລື່ອງ​ນະຄອນ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ວິທີ​ເຮັດ, ສ້າງ​ກຳລັງ​ແຮງ​ຕື່ມ​ອີກ​ໃຫ້​ແກ່​ຕະຫຼາດ​ພາຍ​ໃນ​ປະ​ເທດ:

        “ຄາດໝາຍ​ແຕ່​ປີ 2014 - 2020​ ​ນັ້ນແມ່ນ, ທາງນະຄອນ​ຈະ​ຕິດ​ພັນ​ກັບ​ລາຍການ “​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ສິນຄ້າ​ຫວຽດນາມ. ດັ່ງ​ນັ້ນນະຄອນ​​ໂຮ່ຈີ​ມິນຕ້ອງ​ເປັນ​ແບບຢ່າງ​ ເຮັດ​ແນວ​ໃດ​​ເພື່ອໃຫ້​ປະຊາຊົນ 90% ຮູ້​ໄດ້​ບ່ອນ​ຂາຍ​ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບ. ສາມາດ​ສ້າງ​ເວັບ​ໄຊ​ກ່ຽວ​ກັບ​ສິນຄ້າ​ໃຊ້​ສອຍ​ທີ່​ຈຳ​ເປັນ​ໃນ​ຄອບຄົວ, ຮ່ວມ​ສຳພັນ​ກັບ​ລະບົບ​ສະໜອງ​ຂອງ​ຮ້ານ​ຊັບ​ພະ​ສິນຄ້າ. ຢູ່​ເຂດ​ຊົນນະບົດ, ສິນຄ້າ​ຂອງ​ຫວຽດນາມ​ຕ້ອງ​ກວມ​ເອົາ 70%.“

 

       

 

ຂ່າວ/ບົດ​ອື່ນ