(VOVWORLD) -ສິ້ນສຸດການສອບເສັງ, ທິນ Pawsitive ຂອງມະຫາວິທະຍາໄລເຕັກໂນໂລຢີ (ມະຫາວິທະຍາແຫ່ງຊາດ ຮ່າໂນ້ຍ) ໄດ້ຮັບລາງວັນທີ ໜຶ່ງ, ນອກຈາກນັ້ນມີ 3 ທິມຄ້ວາໄດ້ຮັບລາງວັນທີ ສອງ, 5 ທິມຄ້ວາໄດ້ຮັບລາງວັນທີ 3 ແລະ 7 ທິມຄ້ວາໄດ້ຮັບລາງວັນຊົມເຊີຍ.
ບັນດາທຶມເຂົ້າການການແຂ່ງຂັນຖ້າຍຮູບນຳກັນ (ພາບ: antoanthongtin.vn) |
ວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມຄວາມປອດໄພດ້ານຂໍ້ມູນຂ່າວສານ (VNISA) ໄດ້ສົມທົບກັບກົມຄວາມປອດໄພດ້ານຂໍ້ມູນຂ່າວສານ (ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ), ກົມເຕັກໂນໂລຢີຂໍ້ມູນຂ່າວສານ (ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ) ຈັດຕັ້ງຮອບຄັດເລືອກ ການສອບເສງ ນັກສຶກສາກັບຄວາມປອດໄພດ້ານຂໍ້ມູນຂ່າວສານ ອາຊຽນ 2020 ເຂດພາກເຫນືອ. ເຂົ້າຮ່ວມການສອບເສງຮອບຄັດເລືອກດັ່ງກ່າວມີ 92 ທິມຂອງບັນດາຮາກຖານບຳລຸງສ້າງມະຫາວິທະຍາໄລຂອງບັນດາປະເທດໃນ ອາຊຽນ.
ສິ້ນສຸດການສອບເສັງ, ທິນ Pawsitive ຂອງມະຫາວິທະຍາໄລເຕັກໂນໂລຢີ (ມະຫາວິທະຍາແຫ່ງຊາດ ຮ່າໂນ້ຍ) ໄດ້ຮັບລາງວັນທີ ໜຶ່ງ, ນອກຈາກນັ້ນມີ 3 ທິມຄ້ວາໄດ້ຮັບລາງວັນທີ ສອງ, 5 ທິມຄ້ວາໄດ້ຮັບລາງວັນທີ 3 ແລະ 7 ທິມຄ້ວາໄດ້ຮັບລາງວັນຊົມເຊີຍ.
ການສອບເສັງເພື່ອມຸ່ງໄປເຖິງການຄົ້ນພົບບັນດາຜູ້ມີຄວາມເກັ່ງກ້າສາມາດໃນຂົງເຂດຄວາມປອດໄພຂໍ້ມູນຂ່າວສານ, ຊຸກຍູ້ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບຄວາມຮູ້ສູງ ກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານ, ສ້າງໂອກາດເພື່ອໃຫ້ເພີ່ມທະວີຄວາມສາມາດໃນການພົວພັນແລກປ່ຽນ ຄວາມຮູ້ ຂອງນັກສຶກສາບັນດາມະຫາວິທະຍາໄລ, ສະຖາບັນເຕັກນິກໃນບັນດາປະເທດອາຊຽນ.