ADBຍົກການຄາດຄະເນລະດັບຈະເລີນເຕີບໂຕເສດຖະກິດຫວຽດນາມ
ພາບປະກອບ:tienphong.vn
|
(vovworld)- ການຈະເລີນເຕີບໂຕ GDP ຂອງຫວຽດນາມປີ 2014-2015 ຄາດວ່າຈະບັນລຸ 5,6-5,8%. ວັນທີ 17/12, ທະນາຄານພັດທະນາ ອາຊີ ໄດ້ອັບເດັດບົດລາຍງານແງ່ຫວັງ ອາຊີ ປີ 2014-2015. ຕາມນັ້ນແລ້ວ, ຍົກການຄາດຄະເນລະດັບຈະເລີນເຕີບໂຕເສດຖະກິດຂອງຫວຽດນາມ ເພີ່ມຂຶ້ນຕື່ມອີກ 0,1% ເມື່ອທຽບໃສ່ການຄາດຄະເນຊື່ງໄດ້ຮັບການປະກາດໃນເດືອນ 9. ADB ໄດ້ໃຫ້ຂໍ້ສັງເກດວ່າ: ເງື່ອນໄຂເສດຖະກິດ, ຄວາມໄວ້ເນື້ອເຊື່ອໃຈໃນການໃຊ້ສອຍຂອງຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ ພ້ອມກັບການສົ່ງອອກບັນລຸບາດກ້າວບຸກທະລຸ ນັ້ນແມ່ນບັນດາປັດໄຈຕົ້ນຕໍສ້າງທ່ວງທ່າການເຕີບໂຕ.