(vovworld) - ຕອນເຊົ້າວັນທີ 11/10, ຢູ່ຮ່າໂນ້ຍ, ທະນາຄານພັດທະນາອາຊີ ໄດ້ແຈ້ງໃຫ້ຊາບຍຸດທະສາດຄູ່ຮ່ວມມືໃໝ່ ເຊິ່ງຫາກໍ່ໄດ້ຮັບການອະນຸມັດຜ່ານ ເພື່ອໜູນຊ່ວຍຫວຽດນາມ ປະຕິບັດແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2016 – 2020.
ຍຸດທະສາດຄູ່ຮ່ວມມືແຫ່ງຊາດຫວຽດນາມ ໄລຍະ 2016 – 2020 ໄດ້ຮັບການສ້າງຂຶ້ນໃນສະພາບທີ່ຫວຽດນາມ ບັນລຸໄດ້ບັນດາຜົນງານດ້ານເສດຖະກິດ, ສັງຄົມທີ່ໜ້າປະທັບໃຈ. ຫວຽດນາມ ໄດ້ມີຄວາມກ້າວໜ້າຢ່າງວ່ອງໄວໃນການຫຼຸດຜ່ອນຄວາມທຸກຍາກ ແລະ ຍົກສູງຄຸນນະພາບສາທາລະນະສຸກ ແລະ ການສຶກສາ. ແຕ່ວ່າ, ຫວຽດນາມ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃໝ່ ແລະ ສັບສົນກວ່າ, ໃນນັ້ນມີບັນດາສິ່ງທ້າທາຍທີ່ມາຈາກການປ່ຽນແປງຂອງດິນຟ້າອາກາດ, ຄວາມຜິດຕົນກັນລະຫວ່າງຄວາມຮັ່ງມີ ແລະ ທຸກຍາກລະຫວ່າງບັນດາເຂດ.
ເພື່ອແກ້ໄຂບັນດາສິ່ງທ້າທາຍດັ່ງກ່າວ, ຍຸດທະສາດຄູ່ຮ່ວມມືແຫ່ງຊາດຂອງ ADB ທີ່ສະຫງວນໃຫ້ແກ່ຫວຽດນາມ ໄລຍະ 2016 – 2020 ໄດ້ສຸມໃສ່ 3 ເສົ້າຄ້ຳຕົ້ນຕໍ່ ນັ້ນແມ່ນ: ຊຸກຍູ້ການສ້າງວຽກເຮັດງານທຳ, ຄວາມສາມາດໃນການແກ່ງແຍ້ງ, ການເຕີບໂຕພື້ນຖານໂຄງລ່າງ ແລະ ການສະໜອງການບໍລິການທີ່ສະໝ່ຳສະເໝີກວ່າ ແລະ ປັບປຸງລັກສະນະໝັ້ນຄົງຂອງສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານ Erik Sidgwick, ຜູ້ອຳນວຍການທະນາຄານແຫ່ງຊາດ ADB ປະຈຳຫວຽດນາມ ໃຫ້ຮູ້ວ່າ.
“ໃນຊຸມປີຈະມາເຖິງ, ADB ຈະສະຫງວນໃຫ້ຫວຽດນາມ ຈຳນວນເງິນປະມານ 1 ຕື້ USD/ປີ ເພື່ອໜູນຊ່ວຍໃຫ້ 3 ເສົ້າຄ້ຳດັ່ງກ່າວ. ຄຽງຂ້າງນັ້ນ, ADB ຍັງຮັກສາບັນດາບ້ວງເງິນກູ້ຢືມເພື່ອໜູນຊ່ວຍດ້ານເຕັກນິກແຕ່ 5 – 7 ລ້ານ USD ໃນແຕ່ລະປີ, ພ້ອມທັງຮັກສາແຫຼ່ງທຶນກູ້ຢືມປະມານ 1,4 ຕື້ USD ແລະ ຊ່ວຍຫວຽດນາມ ສືບຕໍ່ສຳພັດກັບບັນດາບ້ວງເງິນກູ້ຢືມອື່ນໆຂອງກອງທຶນໜູນຊ່ວຍດິນຟ້າອາກາດທົ່ວໂລກ. ADB ກໍຍົກອອກຄຳໝັ້ນສັນຍານຳໃຊ້ບັນດາມາດຕະການເພື່ອປັບປຸງຄຸນນະພາບບັນດາໂຄງການທີ່ໄດ້ໜູນຊ່ວຍ, ກໍ່ຄືພ້ອມແລ້ວທີ່ຈະເພີ່ມທະວີຂອບຂະໜາດການໜູນຊ່ວຍຂອງຕົນ ຖ້າຫາກລັດຖະບານຫວຽດນາມ ຮຽກຮ້ອງ”.