ADB ຊ່ວຍເຫຼືອບັນດານະຄອນ ໃນເຂດແມ່ນ້ຳຂອງເປີດກວ້າງ 2,5 ລ້ານໂດລາສະຫະລັດ

ADB ຊ່ວຍເຫຼືອບັນດານະຄອນ ໃນເຂດແມ່ນ້ຳຂອງເປີດກວ້າງ 2,5 ລ້ານໂດລາສະຫະລັດ - ảnh 1
ຕອນໜຶ່ງຂອງແມ່ນ້ຳຂອງ
(ພາບປະກອບ)

(vovworld) – ບັນດາ​ຜູ້​ເລາະ​ຂາຍ​ເຄື່ອງ​ຢູ່ 3 ນະຄອນ​ນ້ອຍ​ທີ່​ລຽບ​ຕາມ​ແລວ​ເສດຖະກິດ ກຳປູ​ເຈຍ - ລາວ - ຫວຽດນາມ ຈະ​ມີ​ໂອກາດ​ໄດ້​ສຳ​ຜັດ​ກັບ​ແຫຼ່ງທຶນ​ນ້ອຍ, ຜ່ານ​ບ້ວງ​ຊ່ວຍ​ເຫຼືອ​ລ້າ​ທີ່​ມີ​ມູນ​ຄ່າ 2,5 ລ້ານ​ໂດ​ລາ​ສະຫະລັດ ຈາກ​ກອງ​ທຶນ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ຍີ່ປຸ່ນ, ​ເພື່ອ​ແນ​ໃສ່​ພັດທະນາ​ຕະຫຼາດ​ໃໝ່ ​ແລະ ​ເພີ່ມ​ແຫຼ່ງການ​ເງິນ​ໜູນ​ຊ່ວຍ. ນີ້​ແມ່ນ​ຄຳ​ປະກາດ​ຂອງ​ທະນາຄານ​ພັດທະນາ​ອາຊີ (ADB) ຢູ່​ຮ່າ​ໂນ້ຍ​ເມື່ອ​ວັນ​ທີ 22/5. ​ໂຄງການ​ຈະສະຫງວນ​ໃຫ້​ແມ່​ຍິງ​ເລາະ​ຂາຍ​ເຄື່ອງ​ບ່ອນ​ໜຶ່ງ​ໃນ​ເຂດ​ຕະຫຼາດ​ໃໝ່, ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ສຳ​ຜັດ​ກັບການ​ບໍລິການ​ເບິ່ງ​ແຍງ​ດູ​ແລ​ເດັກນ້ອຍ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ, ​ເພື່ອ​ຮັບປະກັນ​ໃຫ້​ເຂົາ​ເຈົ້າ​ສາມາດ​ຫາ​ເງິນ​ລ້ຽງ​ຊີບ​ຢ່າງ​ປອດ​ໄພ. ຕະຫຼາດ​ນ້ອຍ 3 ​ເຂດ​ຈະ​ຖືກ​ກໍ່ສ້າງ​ຢູ່​ນະຄອນ ບາດຕາ​ມບາງ (ກຳປູ​ເຈຍ), ​ໄກສອນ​ພົມວິຫາ (ລາວ) ​ແລະ ດົງ​ຮ່າ (ຫວຽດນາມ)

ຂ່າວ/ບົດ​ອື່ນ