ADB ຮ່ວມມືສ້າງແຜນຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 2021 – 2025
(VOVWORLD) -ຕອນບ່າຍວັນທີ 17 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານ Andriu Jep-fri ຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານ Andriu Jep-fri ຜູ້ອຳນວຍການ(ADB) ປະຈຳຫວຽດນາມ
(ພາບ: TTXVN)
|
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ຫວຽດນາມ ໄດ້ປະຕິບັດເປົ້າໝາຍຄວບຄູ່, ປ້ອງກັນສະກັດກັ້ນໂລກລະບາດພ້ອມທັງຍູ້ແຮງການຜະລິດ, ດຳເນີນທຸລະກິດ. ຫວຽດນາມສະໜັບສະໜູນທັດສະນະຂອງ ADB ເມື່ອທີ່ຕີລາຄາການຄາດຄະເນລະດັບການເຕີບໂຕ ຂອງຫວຽດນາມ ໃນປີນີ້. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ADB ໜູນຊ່ວຍສ້າງແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດສັງຄົມໄລຍະ 2021 – 2025 ແລະ ສົມທົບກັນຢ່າງແໜ້ນແຟ້ນໃນວິວັດການສ້າງແລະ ຜັນຂະຫຍາຍຍຸດທະສາດຄູ່ຮ່ວມມືແຫ່ງຊາດໃຫ້ແກ່ໄລຍະໃໝ່ (2021 - 2025).
ສ່ວນທ່ານ Andriu Jep-fri. ຜູ້ອຳນວຍການ ADB ປະຈຳຫວຽດນາມ ກໍ່ຕີລາຄາສູງຕໍ່ເລື່ອງລັດຖະບານຫວຽດນາມໄດ້ຮ່ວມມືກັບ ADB ຢ່າງມີປະສິດທິຜົນໃນຕະຫຼອດໄລຍະຜ່ານມາ. ບົນພື້ນຖານທີ່ລັດຖະບານຫວຽດນາມພວມສ້າງແຜນຍຸດທະສາດພັດທະນາເສດຖະກິດ ສັງຄົມ 2021 – 2025 ແລະ ໃນ 10 ປີຈະມາເຖິງ, ADB ກໍ່ພວມສ້າງແຜນຍຸດທະສາດຄູ່ຮ່ວມມືແຫ່ງຊາດໃນໄລຍະ 5 – 10 ປີຈະມາເຖິງ. ທ່ານຫວັງວ່າ ສອງແຜນຍຸດທະສາດສາມາດຮ່ວມມືກັນເພື່ອຊຸກຍູ້ຫວຽດນາມພັດທະນາກ່ວາອີກ. ADB ພວມເອົາໃຈໃສ່ໜູນຊ່ວຍທັງກຸ່ມວິສາຫະກິດ ເອກະຊົນ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການດຶງດູດການລົງທຶນພາກເອກະຊົນໄດ້ຫຼາຍກ່ວາໃນວິວັດການພັດທະນາ.