(vovworld) - ໃນການໄປປະຕິບັດງານຢູ່ບັນດາແຂວງ ໄຕງວຽນ, ວັນທີ 22 ສິງຫາ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ບຸຍກວາງວິງ ແລະ ທ່ານ Kimura, ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ໄດ້ມີການເຮັດວຽກກັບຄະນະກຳມະການປະຊາຊົນແຂວງກອນຕູມ ກ່ຽວກັບການເຄື່ອນໄຫວຂອງເຂດເສດຖະກິດດ່ານຊາຍແດນສາກົນ ເບີອີ ແລະ ສຳຫຼວດສະພາບຕົວຈິງຢູ່ເຂດເສດຖະກິດນີ້. ການນຳແຂວງກອນຕູມ ສະເໜີຍູ້ແຮງການລົງທຶນພື້ນຖານໂຄງລ່າງ, ຍົກລະດັບດ່ານຊາຍແດນສຳຮອງ, ທາງຫຼວງ ເພື່ອຫັນແນວຄິດກໍ່ສ້າງເຂດເສດຖະກິດດ່ານຊາຍແດນ ເບີອີ ໃຫ້ກາຍເປັນສູນຜະລິດສິນຄ້າຂອງເຂດ 3 ຫຼ່ຽມພັດທະນາ. ສ່ວນທ່ານລັດຖະມົນຕີ ບຸຍກວາງວິງ ຖືວ່າ, ພ້ອມກັນການລົງທຶນໃຫ້ແກ່ພື້ນຖານໂຄງລ່າງ, ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງເຂດອຸດສາຫະກຳເສດຖະກິດສາກົນເບີອີ ໃຫ້ໄດ້, ຕ້ອງຕັ້ງເຂດເສດຖະກິດເຂົ້າແຜນພັດທະນາລວມຂອງເຂດ ໄຕງວຽນ ແລະ ໃນເຂດ 3 ຫຼ່ຽມພັດທະນາຫວຽດນາມ - ລາວ, ກຳປູເຈຍ.
“ທີ່ໜຶ່ງແມ່ນເຊື່ອມຕໍ່ໂຄງລ່າງດ້ານຄົມມະນາຄົມ, ທີ 2 ແມ່ນຕ້ອງພັດທະນາການຜະລິດ, ຕ້ອງເພີ່ມລາຍຮັບໃຫ້ແກ່ປະຊາຊົນ. ນີ້ແມ່ນເຂດດິນ bazan ທີ່ອຸດົມສົມບູນ ແລະ ແມ່ນເຂດຜະລິດສິນຄ້າໃຫຍ່ກວ່າໝູ່ຢູ່ຂອງຫວຽດນາມ ແຕ່ຜະລິດຕະພັນດີບບໍ່ທັນໄດ້ຮັບການປຸງແຕ່ງ ແລະ ຍັງມີປະສິດທິຜົນຕໍ່າຢູ່. ຈຸດໝາຍຂອງພວກເຮົາແມ່ນຫັນເຂດ 3 ຫຼ່ຽມພັດທະນາໃຫ້ກາຍເປັນສູນຜະລິດຢາງພາລາ ແລະ ກາເຟ, ພິເສດແມ່ນຢາງພາລາ ໃຫຍ່ກວ່າໝູ່ຂອງທັງ 3 ປະເທດ”.