(vovworld) - ທະນາຄານພັດທະນາ ອາຊີ (ADB) ແລະ ລັດຖະບານ ຫວຽດນາມ ຫາກໍ່ເຊັນສັນຍາກູ້ຢືມທຶນທີ່ມີມູນຄ່າ 500 ລ້ານ USD ໃຫ້ແກ່ບ້ວງເງິນທີ 2 ຂອງໂຄງການລົງທຶນກໍ່ສ້າງເສັ້ນທາງຂົນສົ່ງຜູ້ໂດຍສານດ້ວຍຈຳນວນຫຼາຍຄວາມໄວສູງໃນເຂດຕົວເມືອງນະຄອນ ໂຮ່ຈີມິນ ເສັ້ນທາງ metro ເລກທີ 2 (MRT2) ເພື່ອແກ້ໄຂຄວາມຕ້ອງການໃນໄລຍະຍາວກ່ຽວກັບຄົມມະນາຄົມໃນເຂດຕົວເມືອງ ຢູ່ນະຄອນແຫ່ງຂະຫຍັນຂັນເຄື່ອນທີ່ສຸດຂອງ ຫວຽດນາມ. ກ່າວຄຳເຫັນທີ່ພິທີລົງນາມ, ຜູ້ອຳນວຍການ ADB ທ່ານ Tomoyuki Kimura ເນັ້ນໜັກວ່າ: ADB ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ເພື່ອພັດທະນາບັນດາພື້ນຖານໂຄງລ່າງຄົມມະນາຄົມໃຫ້ເໝາະສົມ ແນໃສ່ຮັບປະກັນໃຫ້ແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງຂອງປະເທດເວົ້າລວມ, ກໍ່ຄືຂອງນະຄອນ ໂຮ່ຈີມິນ ເວົ້າສະເພາະ. ໂຄງການ MRT2 ບໍ່ພຽງແຕ່ຫລຸດຜ່ອນສະພາບລົດຕິດ, ອຸປະຕິເຫດ ເທົ່ານັ້ນ ຫາກຍັງ ຊຸກຍູ້ການນຳໃຊ້ບັນດາຍານພະຫະນະຂົນສົ່ງທີ່ມີລະດັບຄວາມໄວສູງ ຈຳນວນຫຼາຍ ບໍ່ປ່ອຍ Carbon, ປັບປຸງຄຸນນະພາບອາກາດ ແລະ ເງື່ອນໄຂດຳລົງຊີວິດຂອງປະຊາຊົນນະຄອນ ໂຮ່ຈີມິນ ແບບຍືນຍົງ. ໂຄງການ MRT ຈະນຳ ຫວຽດນາມ ກາຍເປັນໜຶ່ງໃນບັນດາປະເທດນຳໜ້າພາກພື້ນ, ໃນການແກ້ໄຂການປ່ຽນແປງຂອງດິນຟ້າອາກາດຜ່ານການນຳໃຊ້ບັນດາຍານພາຫະນະຄົມມະນາຄົມທີ່ປ່ອຍ Carbon ໜ້ອຍ.