APEC 2017 ຍົກສູງທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ໃນເວທີສາກົນ

(VOVWORLD) -  ວັນທີ 1 ພະຈິກ, ຢູ່ນະຄອນຫຼວງ ມົດສະກູ, ປະເທດ ລັດເຊຍ, ສູນຄົ້ນຄ້ວາ ຫວຽດນາມ ແລະ ອາຊຽນ ໄດ້ຈັດຕັ້ງກອງປະຊຸມສຳມະນາໂຕະມົນດ້ວຍຫົວຂໍ້ “ເວທີປາໄສ APEC 2017 ຢູ່ ຫວຽດນາມ: ບັນດາກາລະໂອກາດພັດທະນາພາກພື້ນ”. 
APEC 2017 ຍົກສູງທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ໃນເວທີສາກົນ - ảnh 1ປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີກວດກາວຽກງານກະກຽມ APEC

ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງນັກຊ່ຽວຊານແຖວໜ້າໃນຂົງເຂດຄົ້ນຄ້ວາ ຫວຽດນາມ, APEC ແລະ ອາຊີ ເປັນຈຳນວນຫຼວງຫຼາຍ. ທີ່ກອງປະຊຸມສຳມະນາບັນດານັກຊ່ຽວຊານ ໄດ້ສຸມໃສ່ປຶກສາຫາລື ບັນດາຜົນງານຂອງ ຫວຽດນາມ ພາຍຫຼັງ 30 ປີແຫ່ງການປ່ຽນໃໝ່; ຫັນບັນດາການເຄື່ອນໄຫວເສດຖະກິດການຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ມີລັກສະນະຫຼາຍຮູບຫຼາຍສີໃນນະໂຍບາຍການຕ່າງປະເທດ, ການເຊື່ອມໂຍງຂອງພື້ນຖານເສດຖະກິດພາກພື້ນ ແລະ ສາກົນຂອງ ຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ສາດສະດາຈານ, ປອ ວິທະຍາສາດ Vladimir Mazyrin, ຜູ້ອຳນວຍການສູນຄົ້ນຄ້ວາ ຫວຽດນາມ ແລະ ອາຊຽນ, ສະຖາບັນຕາເວັນອອກໄກ, ສະພາມະຫາບັນດິດວິທະຍາສາດ ລັດເຊຍ, ໃຫ້ຂໍ້ສັງເກດວ່າ:

        “ດ້ວຍຖານະເປັນປະເທດເຂົ້າຮ່ວມເວທີປາໄສ APEC ຄັ້ງນີ້, ຫວຽດນາມ ກໍ່ປາດຖະໜາຢາກປັບປຸງບົດບາດ ແລະ ຜົນສະທ້ອນຂອງຕົນຢູ່ພາກພື້ນ ອາຊີ - ປາຊີຟິກ. ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດມີພື້ນຖານເສດຖະກິດ ພັດທະນາຂະຫຍັນຂັນເຄື່ອນຢູ່ພາກພື້ນ ດ້ວຍລະດັບການເຕີບໂຕສູງ ແລະ ຍືນຍົງ. ຫວຽດນາມ ແລະ ບັນດາປະເທດ ອາຊຽນ ໄດ້ສະແດງໃຫ້ເຫັນບັນດາດັດຊະນີເສດຖະກິດສູງພໍສົມຄວນ, ພ້ອມກັນນັ້ນ, ຫວຽດນາມ ກໍ່ປະກອບ ຫຼາຍຂໍ້ລິເລີ່ມໄດ້ຮັບການປຶກສາຫາລືທີ່ເວທີປາໄສ APEC. ຫວຽດນາມ ກໍ່ແມ່ນແບບຢ່າງຂອງການສົ່ງເສີມ ແລະ ການໜູນຊ່ວຍພັດທະນາບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ພ້ອມທັງ ຜັນຂະຫຍາຍປະສິດທິຜົນຮູບແບບເສດຖະກິດນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ