ASEANແລະສ.ເກົາຫຼີຢັ້ງຢືນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຄືນໃໝ່

ASEANແລະສ.ເກົາຫຼີຢັ້ງຢືນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຄືນໃໝ່ - ảnh 1
ການປຸງແຕ່ງກະເສດສົ່ງອອກ (ພາບ: Vu Sinh/TTXVN)

(vovworld) – ASEAN ​ແລະ ສ.ເກົາຫຼີ ຢັ້ງຢືນ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດສ.​ເກົາຫຼີ - ASEAN ຄືນ​ໃໝ່, ພ້ອມ​ທັງ​ເຫັນ​ດີ​​ເພີ່ມ​ທະວີ​ບັນດາການພົວພັນ​ຮ່ວມ​ມືລະຫວ່າງ 2 ຝ່າຍ​ກ່ວາ​ອີກ. ນີ້​ແມ່ນ​ບັນດາ​ຜົນງານ​ທີ່​ສຳຄັນ​ຂອງ​ການ​ເຈລະຈາ ASEAN - ສ.​ເກົາຫຼີ 19 ​​ເຊິ່ງ​ດຳ​ເນີນ​ໄປ​ໃນ​ທ້າຍ​ອາທິດຜ່ານ​ມາຢູ່ Bali, ອິນ​ໂດ​ເນ​ເຊຍ. ຄະນະ​ເລຂາ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN) ​ໃຫ້​ຮູ້​ວ່າ: ASEAN ​ແລະ ສ.​ເກົາຫຼີ ຮອງ​ຮັບ​ບັນດາ​ຄວາມ​ກ້າວໜ້າ​ສົມຄວນ​​ເຊິ່ງໄດ້​ຮັບ​ການປະຕິບັດ​ຜ່ານ​​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ແຜນການດຳ​ເນີນ​ງານ (2011 - 2015) ​ໃນ​ບັນດາ​ຂົງ​ເຂດຄື: ສະບຽງ​ອາຫານ, ກະສິກຳ ​ແລະ ປ່າ​ໄມ້, ການພັດທະນາ​ພື້ນຖານ​ໂຄງ​ລ່າງ, ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ການ​ແພດ ​ແລະ ໜູນ​ຊ່ວຍ ASEAN ຮັດ​ແຄບຊ່ອງ​ຫວ່າງ​​ພັດທະນາ. ​ແຜນການ​ກະທຳ​ສະບັບ​ໃໝ່ ພວມໄດ້​ຮັບ​ການສ້າງ​ຂຶ້ນໃຫ້​ໄລຍະ 2016 -2020 ຈະ​ສ້າງ​ຂອບ​ເຂດ ​ແລະ ບັນດາ​ມາດຕະການ​ຮອບດ້ານ ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກ່ວາ​ອີກ.
ຂ່າວ/ບົດ​ອື່ນ