ASEMແມ່ນຄູ່ຮ່ວມມືທີ່ສຳຄັນໃນວິວັດການເຊື່ອມໂຍງຂອງຫວຽດນາມ
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ
(ພາບສຳນັກຂ່າວສານຫວຽດນາມ)
(vovworld)- ເວທີປາໄສ ວິສາຫະກິດອາຊີ-ເອີລົບ ຄັ້ງທີ 15 ໄດ້ດຳເນີນໃນຕອນບ່າຍ ວັນທີ 14/7, ຢູ່ນະຄອນຫຼວງ Ulan Bator, ມົງໂກນ. ເຂົ້າຮ່ວມເວທີປາໄສມີ ທ່ານ Jean-Claude Juncker ປະທານຄະນະກຳມະການເອີລົບ, ທ່ານ Tsakhia Elbegdorj ປະທານາທິບໍດີມົງໂກນ ແລະ ນັກລົງທຶນນັບຮ້ອຍໆຄົນ ຂອງວິສາຫະກິດອາຊີ-ເອີລົບ. ເຂົ້າຮ່ວມ ແລະ ກ່າວຄວາມເຫັນທີ່ເຫດການນີ້, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໃຫ້ຂໍ້ສັງເກດວ່າເຖິງປັດຈຸບັນ ການຮ່ວມມື ອາຊີ-ເອີລົບ, ໃນນັ້ນມີການພົວພັນຮ່ວມມື ລະຫວ່າງ ບັນດາວິສາຫະກິດ ຂອງສອງທະວີບ ໄດ້ຮັບໝາກຜົນສຳຄັນຫຼາຍຢ່າງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ຕໍ່ບັນດາສິງທ້າທາຍ ແລະ ຄວາມສະດວກ ໃນສະພາບປັດຈຸບັນນີ້, ໜ້າທີ່ທີ່ສຳຄັນ ຂອງບັນດາການນຳ ອາຊີ-ເອີລົບ ແມ່ນຍາດແຍ່ງກາລະໂອກາດທີ່ສະດວກ ແລະ ຕັດສີນໃຈ ຜ່ານຜ່າສິງທ້າທາຍຄວາມຫຍຸ້ງຍາກ, ຈາກນັ້ນ, ຊຸກຍູ້ວິວັດທະນາການຮ່ວມມື, ເຊື່ອມໂຍງ ອາຊີ-ເອີລົບ ໃຫ້ດຳເນີນຢ່າງແທດຈິງ, ມີປະສິດທິຜົນ ແລະ ວ່ອງໄວກວ່າ. ໃນນັ້ນ, ບັນດາການນຳຄວນໜູນຊ່ວຍ ໃຫ້ບັນດາວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ, ສ້າງເງື່ອນໄຂ ໃຫ້ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ເຂົ້າຮ່ວມໃນບັນດາລະບົບລາຄາທົ່ວໂລກ.
ແລະກໍ່ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ASEM ແມ່ນຄູ່ຮ່ວມມືທີ່ສຳຄັນ ໃນວິວັດການເຊື່ອມໂຍງ ຂອງຫວຽດນາມ:
“ຫວຽດນາມເປັນຕະຫຼາດໜຶ່ງທີ່ໃຫຍ່ ດ້ວຍພົນລະເມືອງ 100 ລ້ານ ຄົນ, ລາຍຮັບນັບມື້ນັບເພີ່ມຂື້ນ. ASEM ເປັນຄູ່ຮ່ວມມືທີ່ສຳຄັນ ໃນວິວັດການປ່ຽນແປງໃໝ່, ພັດທະນາ ແລະ ເຊື່ອມໂຍງກັບສາກົນ. ປັດຈຸບັນຫວຽດນາມ ມີກວ່າ 21 ພັນ ວິສາຫະກິດ ມີເງິນລົງທຶນຕ່າງປະເທດ ທີ່ກຳລັງເຄື່ອນໄຫວ ດ້ວຍຍອດທຶນຈົດທະບຽນລົງທຶນ ກວ່າ 300 ຕື້USD ແມ່ນມາຈາກ 100 ກວ່າປະເທດ, ເຂດແຄ້ວນ. ຫວຽດນາມ ໄດ້ເຊັນ ແລະ ພວມເຈລະຈາ ສັນຍາການຄ້າເສລີ 16 ສະບັບ, ໃນນັ້ນ ສັນຍາ 14 ສະບັບ ແມ່ນພົວພັນກັບບັນດາຄູ່ຮ່ວມມື ASEM. ຫວຽດນາມເປີດກວ້າງປະຕູຕ້ອນຮັບການຮ່ວມມືລົງທຶນ ຂອງບັນດາວິສາຫະກິດ ອາຊີ-ເອີລົບ ແລະ ໃຫ້ຄຳໝັ້ນສັນຍາ ຈະປະກອບສ່ວນສ້າງການພົວພັນຮ່ວມມືຮອບດ້ານ ໃນ ASEM , ເພື່ອການພັດທະນາແບບຍືນຍົງ”.