CPI ໃນເດືອນ 8 ເພີ່ມຂຶ້ນສູງຍ້ອນດັດປັບລາຄາສິນຄ້າ ແລະ ການບໍລິການ

CPI ໃນເດືອນ 8 ເພີ່ມຂຶ້ນສູງຍ້ອນດັດປັບລາຄາສິນຄ້າ ແລະ ການບໍລິການ - ảnh 1
CPI ໃນເດືອນ 8 ເພີ່ມຂຶ້ນສູງຍ້ອນດັດປັບລາຄາສິນຄ້າ

(Vovworld)- ວັນ​ທີ 24/8, ກົມ​ໃຫຍ່​ສະ​ຖີຕິ​ໄດ້​ປະກາດ​ດັດຊະນີ​ລາ​ຄາ​ໃຊ້​ສອຍ CPI ຂອງ​ທົ່ວປະ​ເທດ. ຕາມ​ນັ້ນ​ແລ້ວ, CPI ​ໃນ​ເດືອນ 8 ​ເພີ່​ມ 0,83% ​ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ. ນີ້​ແມ່ນ​ລະດັບ​ເພີ່ມ​ສູງ​ສຸດ​ນັບ​ແຕ່​ພາຍຫຼັງ​ບຸນ​ປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ. ຕາມ ກົມ​ໃຫຍ່​ສະ​ຖີຕິ​ແລ້ວ, ​ໃນ 11 ໝວດ​ສິນຄ້າ​ໂດຍ​ຄິດ​ໄລ​ CPI ນັ້ນ, ​ແມ່ນ​ມີ​ເຖິງ 10 ໝວດ​ໄດ້​ເພີ່ມ​ລາຄາ​ໃນ​ເດືອນ​ນີ້. ສູງ​ສຸດ​ແມ່ນ​ຢຸກຢາ ​ແລະ ການ​ບໍລິການ ( ​ເພີ່ມ​ຂຶ້ນ 4,11%) ຍ້ອນ​ບັນດາ​ທ້ອງ​ຖິ່ນ​ດັດ​ປັບ​ຄ່າ​ໂຮງໝໍ​ນັບ​ແຕ່​ເດືອນ 7 ທີ່​ຜ່ານ​ມາ. ລາຄາ​ສະບຽງອາຫານ​ກໍ​ໄດ້​ເພີ່ມ​ຂຶ້ນຍ້ອນ​ຜົນ​ສະທ້ອນ​ຈາກ​ພາຍຸ​ນ້ຳ​ຖ້ວມ.....​ເປັນ​ອັນວ່າ ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, CPI ​ໄດ້​ເພີ່ມ​ຂຶ້ນ 3,53%, ຍັງ​ຕ່ຳ​ຢູ່​ເມື່ອ​ທຽບ​ໃສ່​ຈຸດໝາຍ 7% ທີ່​ລັດຖະບານ​ໄດ້​ວາງ​ອອກ. ທ່ານ ​ໂງ​ຈີ້​ລອງ ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ຖື​ວ່າ :

   “ ​ແຕ່​ນີ້​ຮອດ​ທ້າຍ​ປີ​ແມ່ນ​ຍັງ​ເຫຼືອ 4 ​ເດືອນ​ອີກ, ຂ້າພະ​ເຈົ້າ​ຖື​ວ່າ​ຜົນ​ກະທົບ​ຍັງ​ໃຫຍ່​ຫຼວງ​ຢູ່, ດັ່ງ​ນັ້ນ ກໍລະນີ​ລາຄາ​ແມ່ນ​ຢູ່​ໃນ​ຂອບ​ເຂດ​ຄວບ​ຄຸມ​ຂອງ​ລັດ​ແມ່ນ​ອາດ​ສາມາດ​ປະຕິບັດ​ໄດ້. ສິ່ງ​ທີ່​ເປັນ​ຫ່ວງ​ກັງວົນ​ທີ່​ສຸດ​ໃນ​ເວລາ​ນີ້ ​ແມ່ນ​ເສດຖະກິດ​ເຕີບ​ໂຕ​ຊ້າ, ການ​ຜະລິດ​ຍັງ​ອຶດ​ອາດ​ຊັກ​ຊ້າ. ລັດຖະບານ​ພວມ​ຊອກ​ຫາ​ທຸກ​ວິທີ​ທາງ​ເພື່ອ​ກະ​ຕຸ້ນ​ການ​ລົງທຶນ ​ແລະ ​ໃຊ້​ສອຍ, ຫຼຸດ​ປະລິມານ​ສິນຄ້າ​ຄ້າງ​ສາງ ”

ຂ່າວ/ບົດ​ອື່ນ