DSIຂອງໄທສະເຫນີສານອາຍາອອກໝາຍຈັບຕົວຫົວຫນ້າການແຫ່ຂະບວນປະທ້ວງ16ຄົນ.
ສະພາບການສັບສົນຢູ່ໄທ
ພາບປະກອບ:internet
|
(vovworld) - ວັນທີ 27/1, ກົມສືບສວນສອບສວນພິເສດຂອງໄທ(DSI)ສະເຫນີສານອາຍາຂອງປະເທດນີ້ ອອກໝາຍຈັບຕົວຫົວຫນ້າການແຫ່ຂະບວນປະທ້ວງ 16 ຄົນທີ່ ຕ້ານລັດຖະບານ ໂດຍຖືກກ່າວຜູກໂທດວ່າ ລະເມີດຄຳສັ່ງສະພາວະສຸກເສີນ. ນຳຫນ້າບັນຊີລາຍຊື່ 16 ຄົນດັ່ງກ່າວ ແມ່ນ ທ່ານສຸເທບ ເທືອກສຸບັນ, ເລຂາທິການໃຫຍ່ ຄະນະກຳມະການປະຕິຮູບປະຊາທິປະໄຕປະຊາຊົນ ຝ່າຍຄ້ານ. ປະຈຸບັນ ອຳນາດການປົກຄອງໄທ ໄດ້ຖະແຫລງຈະຈັບຕົວທ່ານ ສຸເທບ ໃນສອງສາມມື້ຈະມາເຖິງ ຖ້າຫາກທ່ານສຸເທບ ບໍ່ຍອມອອກຮັບສາລະພາບ. ທ່ານ ສຸເທບ ຖືກຈັບຕົວຍ້ອນການກະທຳຜິດ ນຳຫນ້າການກໍ່ຄວາມວຸນວາຍ ຫາກບໍ່ແມ່ນຜູ້ຊີ້ນຳຂະບວນການແຫ່ຂະບວນປະທ້ວງຕ້ານລັດຖະບານ.