EUຄັດຄ້ານເລື່ອງລັດເຊຍປະກາດບັນຊີລາຍຊື່ດຳພົນລະເມືອງເອີລົບຖືກຫ້າມເຂົ້າເມືອງລັດເຊຍ

EUຄັດຄ້ານເລື່ອງລັດເຊຍປະກາດບັນຊີລາຍຊື່ດຳພົນລະເມືອງເອີລົບຖືກຫ້າມເຂົ້າເມືອງລັດເຊຍ - ảnh 1
(ພາບປະກອບ)

​(vovworld) - ວັນ​ທີ 30/05, ສະຫະພາບ​ເອີ​ລົບ (EU) ​ໄດ້​ອອກສຽງ​ຄັດຄ້ານ​ລັດ​ເຊຍ ທີ່​ຍົກ​ອອກ​ບັນຊີ​ລາຍ​ຊື່​ດຳ​ລວມມີພົນ​ລະ​​ເມືອງ​ຂອງ EU 89 ຄົນ​ຖືກ​ຫ້າມ​ເຂົ້າ​​ເມືອງລັດ​ເຊຍ. EU ຖື​ການ​ກະທຳ​ນີ້​ຂອງ​ລັດ​ເຊ​ຍ ​ແມ່ນ “ກຳນົດ​ພຽງ​ລຳພັງຝ່າຍ​ດຽວ ​ແລະ ​ໄຮ້​ເຫດຜົນ”. ​ໃນ​ຖະ​ແຫຼ​ງການ​ສະບັບໜຶ່ງ, ອົງການ​ການ​ທູດ​ຂອງ EU ຊີ້​ແຈ້ງວ່າ, ນອກຈາກ​ເລື່ອງ​ປະ​ກາດ​ບັນຊີ​ລາຍ​ຊື່​ມີ​ລັກສະນະສ່ວນ​ຕົວດັ່ງກ່າວ, ມົດສກູ ບໍ່​ຍົກ​ອອກ “ບໍ່​ວ່າ​ຂໍ້​ມູນ​ໃດໆ​ກ່ຽວ​ກັບ​ພື້ນຖານ​ນິຕິ​ກຳ, ມາດຖານ ​ແລະ ວິວັດທະນາ​ການ​ຍົກ​ອອກ​ຂໍ້​ຕົກລົງ​ດັ່ງກ່າວ”. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານລັດຖະສະພາ​ເອີ​ລົບ Martin Schulz ຮຽກຮ້ອງ​ໃຫ້​ລັດ​ເຊຍ ຕ້ອງ​ຮັບປະກັນ​ລັກສະນະ​ກະຈ່າງ​ແຈ້ງ​ຂອງ​ຂໍ້​ຕົກລົງ​ດັ່ງກ່າວ. ບາງ​ປະ​ເທດ​ມີ​ພົນລະ​ເມືອງ​ນອນ​ໃນ​ບັນຊີ​ລາຍ​ຊື່​ດຳ​ຄື ອັງກິດ ​ແລະ ​ເຢຍລະ​ມັນ ກໍ່​ຕຳ​ນິ​ຕິຕຽນ​ບັນ​ຊີ​ລາຍ​ຊື່ດັ່ງກ່າວ​ຂອງ​ລັດ​ເຊຍ ​ແລະ ສະ​ແດງ​ຄວາມ​ຫວັງ​ວ່າ ມົດສກູ ຈະ​ອະທິບາຍກ່ຽວ​ກັບ​ບັນຊີ​ກັງ​ກ່າວ​ຕື່ມ​ອີກ.

ຂ່າວ/ບົດ​ອື່ນ