EU ເຫັນດີຕໍ່ກຳນົດ ເວລາຈ່າຍງົບປະມານໃຫ້ອັງກິດ
(ພາບປະກອບ)
(vovworld) – ທີ່ກອງປະຊຸມຢູ່ບຣຸດແຊນ, ໃນວັນທີ 07/11, ບັນດາລັດຖະມົນຕີການເງິນສະຫະພາບເອີລົບ (EU) ໄດ້ເຫັນດີຕໍ່ຄຳສະເໜີ ຕໍ່ກຳນົດເວລາຈ່າຍງົບປະມານໃຫ້ອັງກິດ ທີ່ມີມູນຄ່າ 2,6 ຕື້ USD ໃຫ້ກຸ່ມນີ້ຮອດເດືອນ 09/2015 ແທນທີ່ໃນວັນທີ 01/12/2014 ຄືໄດ້ກຳນົດກ່ອນນັ້ນ, ພ້ອມທັງອະນຸດຍາດຈ່າຍງົບປະມານເປັນ 2 ຄັ້ງ. ທ່ານລັດຖະມົນຕີການເງິນອັງກິດ George Osborn ກ່າວຄຳເຫັນພາຍຫຼັງກອງປະຊຸມຂອງສະພາ EU ໂດຍຖືວ່າ, ນີ້ແມ່ນໄຊຊະນະຂອງອັງກິດ. ນັບແຕ່ນີ້, ຮອດການເລືອກຕັ້ງຄັ້ງໃຫຍ່ໃນເດືອນ 05/2015, ລອນດອນ ພຽງຈ່າຍປະມານ 1 ຕື້ USD ເຂົ້າງົບປະທານ EU ແລະ ມີເວລາ 4 ເດືອນ ເພື່ອຈ່າຍໃຫ້ໝົດ. ນອກຈາກນັ້ນ, ທ່ານ Osborn ກໍ່ເນັ້ນໜັກຈຸດປະສົງ EU ຮຽກຮ້ອງຈ່າຍງົບປະມານເພີ່ມເຕີມດັ່ງກ່າວ ຈະໄດ້ຮັບການກວດກາ ແລະ ຖ້າຫາກຈຸດປະສົງນັ້ນບໍ່ໄດ້ຮັບການຢັ້ງຢືນ, ຜູ້ເສຍພາສີອັງກິດ ມີສິດທ້ວງເອົາເງິນຄືນ. ທ່ານ Osborn ຕີລາຄາວ່າແມ່ນບາດກ້າວເພື່ອປ່ຽນແປງຂໍ້ກຳນົດຂອງອົງການທີ່ມີ 28 ປະເທດສະມາຊິກກ່ຽວກັບບັນຫາຈ່າຍງົບປະມານ.