(VOVWORLD) - ທ່ານ Barnier ຊີ້ແຈ້ງວ່າ ດ້ວຍທັດສະນະໃນປັດຈຸບັນຂອງອັງກິດ, ເພື່ອຊອກຫາວິທີການແກ້ໄຂທີ່ມີຄວາມເປັນໄປໄດ້ ແລະ ຖືກຕ້ອງຕາມກົດໝາຍເຊິ່ງຕອບສະໜອງໄດ້ທຸກໆເປົ້າໝາຍຂອງມາດຕາ ກີດຂວາງ ແມ່ນຍາກທີ່ສຸດ.
ທ່ານ Michel Barnier ຫົວໜ້າຄະນະເຈລະຈາສະຫະພາບເອີລົບ (EU) ຮັບຜິດຊອບບັນຫາ Brexit (ພາບ: THX/TTXVN) |
ກ່າວຄຳເຫັນພາຍຫຼັງການເຈລະຈາກັບທ່ານ Keiko Mass ລັດຖະມົນຕີການຕ່າງປະເທດເຢຍລະມັນໃນວັນທີ 23 ກັນຍາ, ທ່ານ Michel Barnier ຫົວໜ້າຄະນະເຈລະຈາສະຫະພາບເອີລົບ (EU) ຮັບຜິດຊອບບັນຫາ Brexit ຖືວ່າ ທັດສະນະໃນປັດຈຸບັນຂອງ ລອນດອນບໍ່ມີບໍ່ວ່າ ພື້ນຖານໃດເພື່ອບັນລຸໄດ້ຂໍ້ຕົກລົງ ກ່ຽວກັບເລື່ອງອັງກິດຖອນຕົວອອກຈາກ EU.
ລາຍລະອຽດແມ່ນ ຕາມທ່ານ Barnier ຊີ້ແຈ້ງວ່າ ດ້ວຍທັດສະນະໃນປັດຈຸບັນຂອງອັງກິດ, ເພື່ອຊອກຫາວິທີການແກ້ໄຂທີ່ມີຄວາມເປັນໄປໄດ້ ແລະ ຖືກຕ້ອງຕາມກົດໝາຍເຊິ່ງຕອບສະໜອງໄດ້ທຸກໆເປົ້າໝາຍຂອງມາດຕາ ກີດຂວາງ ແມ່ນຍາກທີ່ສຸດ. ຕາມທ່ານແລ້ວ, ປັດຈຸບັນ, ສອງຝ່າຍບໍ່ມີບ່ອນອີງໃດເພື່ອບັນລຸໄດ້ຂໍ້ຕົກລົງ. ເຖິງຢ່າງໃດກໍ່ຕາມ, EU ຍັງຊັ່ງຊາການເຈລະຈາ, ກໍ່ຄືຊຸກຍູ້ ແລະ ຮັບຟັງແນວຄິດໃໝ່ຂອງອັງກິດກ່ຽວກັບການພົວພັນໃນອະນາຄົດລະຫວ່າງສອງຝ່າຍ. ທ່ານເນັ້ນໜັກວ່າ ວິທີການແກ້ໄຂສະພາບຈົນຕາແຈໃນປັດຈຸບັນແມ່ນຂຶ້ນກັບລອນດອນ.