(ພາບ: moit.gov.vn )
(vovworld)- ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ພວມຕັ້ງໜ້າສົມທົບກັບບັນດາຫົວໜ່ວຍກ່ຽວຂ້ອງ ຮີບເຮັ່ງຜັນຂະຫຍາຍບັນດາໂຄງການນຳຕາໜ່າງໄຟຟ້າໄປບັນດາຕາແສງ, ເມືອງເກາະ. ນີ້ແມ່ນໜ້າທີ່ສຳຄັນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ, ປະກອບສ່ວນຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາອະທິປະໄຕເຂດໝູ່ເກາະທະເລອັນສັກກະລະບູຊາຂອງປະເທດຊາດ. ໃນເວລາອີກ 1 ເດືອນ, ໂຄງການສະໜອງໄຟຟ້າແຫ່ງຊາດໃຫ້ແກ່ເມືອງເກາະຫຼີເຊີນ, ແຂວງກວາງຫງ້າຍຈະສຳເລັດ. ໃນຂະນະນັ້ນ, ບໍລິສັດໃຫ່ຍໄຟຟ້າພາກກາງ ແລະ ແຂວງກວາງນາມ ກໍ່ພວມຄົ້ນຄ້ວາວິທີສະໜອງຕາແໜ່າງໄຟຟ້າແຫ່ງຊາດໃຫ້ແກ່ເກາະກູ່ລາວຈ່າມ, ນະຄອນໂຮ້ຍອານ ຊື່ງຄາດວ່າເດືອນ 9/2015 ຈະສຳເລັດ./.