FAO ຮັບຮູ້ ຫວຽດນາມ ກ່ຽວກັບຜົນງານພົ້ນເດັ່ນໃນການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມ ທຸກຍາກ

FAO ຮັບຮູ້ ຫວຽດນາມ ກ່ຽວກັບຜົນງານພົ້ນເດັ່ນໃນການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມ ທຸກຍາກ - ảnh 1
ທ່ານນາງຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລ​ະ ພັດ​ທະ​ນາ​ຊົນນະບົດ ຫວຽດນາມ ຫງວຽນ​ທິຊວນທູ ຕາງໜ້າ​ໃຫ້ ຫວຽດນາ​​ມ ຮັບ​ໃບ​​ເຊີດ​ຊູ​ໂດຍຜູ້ອຳນວຍການ​ໃຫຍ່​ FAO ມອບ​​ໃຫ້
(ພາບ: Ngự Bình/Vietnam+)

(vovworld) - ວັນ​ທີ 16/6, ຢູ່ ອີ​ຕາ​ລີ, ອົງການ​ອາ​ຫານ ​ແລະ ການ​ກະ​ເສດ​ສະຫະ​ປະຊາ​ຊາດ (ຫຼື FAO) ​ໄດ້​ຈັດ​ຕັ້ງ​ເຫດການ​ພິ​ເສດ “ຮັບ​ຮູ້​ຜົນງານ​ພົ້ນ​ເດັ່ນ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ” ​ໃຫ້​ແກ່ 38 ປະ​ເທດ​ໃນ​​ໂລກ, ​ໃນ​ນັ້ນມີ ຫວຽດນາມ. ​ໃນ​ຈຳນວນ 38 ປະ​ເທດ​ທີ່​ມີ​ຜົນງານ​ພົ້ນ​ເດັ່ນ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ຫວຽດນາມ ນອນ​ໃນ​ກຸ່ມ 18 ປະ​ເທດ​ໄດ້​ຮັບ​​ໃບ​ຍ້ອງຍໍ​ຢັ້ງຢືນ​ການ​ບັນລຸ​​ເປົ້າໝາຍ​ພັດທະນາສະຫັດ​ສະຫວັດ 1 (MDG1), ຫລຸດຜ່ອນ​ຈຳນວນ​ຜູ້​ຖືກ​ອຶດຫິວ​​ລົງ​ເຄິ່ງໜຶ່ງ ໃນ​ປີ 2015, ກໍ່​ຄື​ຈຸດໝາຍ​ຄ້າຍຄື​ກັນ ​ແຕ່​ມີ​ສ່ວນຫວັງ​ຢາກ​ໄດ້​ຫຼາຍ​ກ່ວາ​​ຊຶ່ງວາງ​ອອກ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ທັນ​ຍາ​ຫານ​ໂລກ (WFS) ປີ 1996. ທີ່​ພິທີ, ຜູ້ອຳນວຍການ​ໃຫຍ່​ FAO ທ່ານ Jose Graziano da Silva ​ໄດ້ຮັບ​ຮູ້​ຜົນງານ ​ແລະ ມອບ​ໃບ​ຍ້ອງຍໍ​ຢັ້ງຢືນ​ໃຫ້​ຜູ້ຕາງໜ້າ​ຂອງ 38 ປະ​ເທດ​ດັ່ງກ່າວ​ໃນການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ. ທ່ານນາງຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລ​ະ ພັດ​ທະ​ນາ​ຊົນນະບົດ ຫວຽດນາມ ຫງວຽນ​ທິຊວນທູ ຕາງໜ້າ​ໃຫ້ ຫວຽດນາ​​ມ ຮັບ​ໃບ​​ເຊີດ​ຊູ​ໂດຍຜູ້ອຳນວຍການ​ໃຫຍ່​ FAO ມອບ​​ໃຫ້. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານນາງຮອງ​ລັດຖະມົນຕີ​ ຫງວຽນ​ທິຊວນ​ທູ ​ເນັ້ນ​ໜັກ​ວ່າ: ຫວຽດນາ​ມ ປາດ​ຖະໜາ​ຢາກ​ໄດ້ຮັບ​ການ​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ດ້ານ​ເຕັກນິກ​ຈາກ FAO ​ແລະ ປະຊາ​ຄົມ​ໂລກ ຫຼາຍ​ກ່ວາ​ອີກ ​ເພື່ອ​ຮັກ​ສາ ​ແລະ ສືບ​ຕໍ່​ພັດທະນາ​ກະສິກຳ​ແບບ​ຍືນ​ຍົງ, ​ເຕີບ​ໂຕ​ຂຽວ ​ແລະ ​ເພື່ອ​ບົວ​​ແປງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ.

 

ຂ່າວ/ບົດ​ອື່ນ