Festival ເດີນກາຕາຍຕືແຫ່ງຊາດຄັ້ງທີ 1 ຈະຖືກດຳເນີນທີ່ນະຄອນບາກລຽວ

    Festival ເດີນກາຕາຍຕືແຫ່ງຊາດຄັ້ງທີ 1 ຈະຖືກດຳເນີນທີ່ນະຄອນບາກລຽວ - ảnh 1
ລາຍການສະແດງສິລະ​ປະເດີນ​ກາ​ຕາຍ​ຕື​
(ພາບ: vanhoadoisong)

(vovworld)- ມີ 21 ​ແຂ​ວງ, ນະຄອນ​ເຂດ​ທາງ​ທິດຕາ​ເວັນ​ອອກ, ຕາ​ເວັນ​ຕົກ​ຂອງ​ພາກ​ໃຕ້​ຈະ​ເຂົ້າ​ຮ່ວມ Festival ​ເດີນ​ກາ​ຕາຍ​ຕື . ນີ້​ແມ່ນ​ຂ່າວ​ຄາວ​ໂດຍ​ທ່ານ ວໍ້​ວັນ​ຢຸງ ​ເລຂາ​ພັກ​ແຂວງໆ ບາກ​ລຽວ, ປະທານ​ຮ່ວມ​ຄະນະ​ຈັດ​ຕັ້ງ Festival ​ເດີນ​ກາ​ຕາຍ​ຕື​ແຫ່ງ​ຊາດ​ຄັ້ງ​ທີ 1 ​ແຈ້ງ​ໃຫ້​ຊາບ​ທີ່​ການ​ປະຊຸ​ມຂ່າວ​ກ່ຽວ​ກັບ​ເຫດການ​ນີ້ ​ເມື່ອ​ຕອນ​ບ່າຍ​ວັນທີ 9/1 ຢູ່​ຮ່າ​ໂນ້ຍ.

    Festival ​ເດີນ​ກາ​ຕາຍ​ຕື​ແຫ່ງ​ຊາດ​ຄັ້ງ​ທີ 1 ຈະ​ຖືກ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 20-25/4 ທີ່​ນະຄອນ​ບາກ​ລຽວ ​ແຂວງ​ບາກ​ລຽວ ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ເຂດ​ພາກ​ໃຕ້. ທ່ານ ວໍ້​ວັນ​ຢຸງ ​ເລຂາ​ພັກ​ແຂວງໆ ບາກ​ລຽວ, ປະທານ​ຮ່ວມ​ຄະນະ​ຈັດ​ຕັ້ງ Festival ​​ໃຫ້​ຮູ້​ວ່າ :

   “Festival ​ເດີນ​ກາ​ຕາຍ​ຕື​ແຫ່ງ​ຊາດ​ຄັ້ງ​ນີ້ ​ແມ່ນ​ໂອກາດ​ເພື່ອ​ເຊີດ​ຊູ​ປະ​ເພດ​ສິລະ​ປະ​ທີ່​ເ​ປັນ​ເອກະລັກ​ນີ້. ນີ້​ບໍ່​ພຽງ​ແຕ່​ແມ່ນ​ມໍລະດົກ​ແຫ່ງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ມໍລະດົກ​ຂອງ​ມວນ​ມະນຸດ​ອີກ​ດ້ວຍ​, ຜ່ານ​ນັ້ນ, ກໍ​ເຮັດ​ໃຫ້​ຊາວ​ຫວຽດນາມ​ທຸກໆ​ຄົນ​ເວົ້າ​ລວມ ​ແລະ ປະ​ຊາ​ຊົນພາກ​ໃຕ້​, ທາງຕາເວັນຕົກພາກໃຕ້ ແລະ ແຂວງບາກລຽວເວົ້າສະ​ເພາະ ມີຄວາມເອກອ້າງທະນົງໃຈທີ່ຕົນເອງໄດ້ປະກອບ ສ່ວນ​ໃຫ້​ໂລກ ກ່ຽວ​ກັບ​ມໍລະດົກ​ວັດ​ທະ​ທະ​ນຳ​ບໍ່​ມີ​ຮູບ​ຮ່າງ​ ​ເພື່ອ​ຈາກ​ນັ້ນ ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສິລະ​ປະ​ປະ​ເພດ​ນີ້. ຈາກ​ນັ້ນ ກໍ​ສ້າງ​ຄວາມຮັ່ງມີ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ຊາວ​ທ້ອງ​ຖິ່ນ​ຕົນ ກໍ​ຄື​ພັດທະ​ນາ​ເສດຖະກິດ, ທ່ອງ​ທ່ຽວ​ຕິດ​ພັນ​ກັບ ສິລະ​ປະເດີນ​ກາ​ຕາຍ​ຕື​ ”
ຂ່າວ/ບົດ​ອື່ນ