Golbalpolicyjournal: ຄວາມມານະພຍະຍາມແກ້ໄຂ IUU ຂອງຫວຽດນາມອາຈະກາຍເປັນແບບຢ່າງໃຫ້ບັນດາປະເທດອາຊຽນ

(VOVWORLD) -ວັນທີ 09 ພຶດສະພາ, ແວັບໄຊ Golbalpolicyjournal ໄດ້ລົງບົດຂຽນໂດຍຖືວ່າ, ຫວຽດນາມ ພວມນຳໃຊ້ບັນດາມາດຕະການຢ່າງວ່ອງໄວເພື່ອແກ້ໄຂສະພາບຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU)
Golbalpolicyjournal: ຄວາມມານະພຍະຍາມແກ້ໄຂ IUU ຂອງຫວຽດນາມອາຈະກາຍເປັນແບບຢ່າງໃຫ້ບັນດາປະເທດອາຊຽນ - ảnh 1(ພາບປະກອບ: baonghean.vn)

ໃນສະພາບທີ່ສະຫະພາບເອີລົບ (ອີຢູ) ໄດ້ຍົກອອກຄຳກ່າວເຕືອນ “ບັດເຫຼືອງ” ສຳລັບບັນດາສິນຄ້າປະເພດສິນໃນນ້ຳສົ່ງອອກຂອງຫວຽດນາມ. ບົດຂຽນໄດ້ເນັ້ນໜັກວ່າ ບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການແກ້ໄຂ IUU ອາດຈະເປັນແບບຢ່າງໃຫ້ບັນດາປະເທດອາຊຽນ.

      ຕາມສະຫະສະມາຄົມບັນດານັກສົ່ງອອກສິນໃນນ້ຳຫວຽດນາມ (VASEP) ແລ້ວ, ການປະມົງແມ່ນພາກສ່ວນສຳຄັນໜຶ່ງໃນພື້ນຖານເສດຖະກິດຫວຽດນາມ. ນັບແຕ່ປີ 2006, ຫວຽດນາມ ນອນໃນ top 10 ປະເທດສົ່ງອອກສິນໃນນ້ຳແຖວໜ້າຂອງໂລກ. ໃນນັ້ນ, ການສົ່ງອອກສິນໃນນ້ຳຂອງຫວຽດນາມ ໄປຍັງຕະຫຼາດອີຢູ ກວມເອົາແຕ່ 1,9 – 2,2 ຕື້ USD ແລະ ສົ່ງອອກໄປຍັງອາເມລິກາ ປະມານ 350 – 400 ລ້ານ USD/ປີ. ລັດຖະບານຫວຽດນາມ ໄດ້ປະກາດບັນດາຄຳສັ່ງ, ຂໍ້ກຳນົດ, ລວມທັງການເພີ່ມເຕີ່ມບັນດາຂໍ້ກຳນົດກ່ຽວຂ້ອງເຖິງບັນຫາ IUU ເຂົ້າໃນບັນດາເອກະສານນິຕິກຳເພື່ອປະຕິບັດ, ພ້ອມທັງເພີ່ມທະວີການຮ່ວມມືກັບບັນດາປະເທດຢູ່ເຂດແຄມທະເລອື່ນເພື່ອສະກັດກັ້ນ IUU, ຈັດຕັ້ງການເຈລະຈາກັບອີຢູ ເປັນປະຈຳເພື່ອແນໃສ່ຍົກສູງປະສິດທິຜົນວຽກງານຄຸ້ມຄອງອາຊີບຫາປາ.

      ຕາມ Golbalpolicyjournal, ຫວຽດນາມ ໄດ້ ແລະ ພວມແກ້ໄຂບັນຫາ IUU ຢ່າງເປັນເຈົ້າການ, ລວມທັງເລື່ອງສ້າງພາກສ່ວນຕິດຕາມກວດກາບັນດາການເຄື່ອນໄຫວຫາປາ ດ້ວຍການເຂົ້າຮ່ວມຂອງບັນດາສະມາຊິກແມ່ນກັບຕັນເຮືອຫາປາຫຼາຍຄົນ…

ຕອບກັບ

ຂ່າວ/ບົດ​ອື່ນ