Hamasຈະຮັບມືກັບເລື່ອງອິດສະຣາແອນເພີ່ມທະວີການປິດລ້ອມເຂດກາຊາ
(ພາບປະກອບ: AFP/TTXVN)
(vovworld) – ວັນທີ 12/11, ຂະບວນການອິດສະລາມ Hamas ຂອງປາແລດສະຕິນ ໄດ້ກ່າວເຕື່ອນວ່າ ຈະມີຫຼາຍມາດຕະການເພື່ອສະກັດກັ້ນອິດສະຣາແອນ ເພີ່ມທະວີຄຳສັ່ງປິດລ້ອມຢູ່ເຂດກາຊາ ນັບແຕ່ປີ 2007. ປະຕິກິລິຍາຕໍ່ຄຳຖະແຫຼງທີ່ວ່າ ອິດສະຣາແອນ ຈະກໍ່ສ້າງຮົ້ວຢູ່ມໍ່ກັບເຂດຊາຍແດນກາຊາ ໂດຍໄວ, ໂຄສົກຂອງ Hamas, ທ່ານ Sami Abu Zuhri ຖືວ່າ, ມາດຕະການດັ່ງກ່າວຂອງອິດສະຣາແອນ ແນ່ນເພື່ອແນໃສ່ຮັດແໜ້ນການປິດລ້ອມເຂດນີ້, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມສາກົນແຊກແຊງເຂົ້າ ເພື່ອຢຸດຕິການກະທຳປິດລ້ອມເຂດກາຊາ ຂອງອິດສະຣາແອນ. ທ່ານກໍກ່າວເຕື່ອນວ່າ, ຍັງມີບັນດາມາດຕະການຫຼາຍຢ່າງເພື່ອຮັບມືກັບມາດຕະການປ້ອງກັນຄວາມສະຫງົບໃໝ່ນີ້ຂອງອິດສະຣາແອນ.