Hot Radio ໄດ້ຮັບ ລາງວັນພິເສດຂອງ ABU Prizes 2013
ທ່ານເຈິ່ນບິງມິງຜູ້ອຳນວຍການໃຫ່ຍໂທລະພາບ
ຫວຽດນາມກ່າວຄຳເຫັນທີ່ພິທີມອບລາງວັນ
(ພາບ:dantri.com.vn)
(vovworld)- “ກາລະໂອກາດ ແລະ ສິ່ງທ້າທາຍໃນໂລກດີຈີຕອນ” - ແມ່ນເນື້ອໃນການປຶກສາຫາລືໃນວັນທີ 29/10 ຢູ່ ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 50 ຂອງສະຫະສະມາຄົມວິທະຍຸໂທລະພາບ ອາຊີ - ປາຊີຟິກ, ພວມຈັດຂຶ້ນຢູ່ ຮ່າໂນ້ຍ. ວາລະປະຊຸມມື້ນີ້, ແມ່ນການປຶກສາຫາລືສຸມໃສ່ ແລະ ລົງເລິກທີ່ສຸດຂອງບັນດານັກຄຸມຄອງ, ບັນດາຜູ້ເຮັດວຽກງານວິທະຍຸ ໂທລະພາບໃນພາກພື້ນ ແລະ ໂລກກ່ຽວກັບ “ກາລະໂອກາດ ແລະ ສິ່ງທ້າທາຍໃນໂລກດີຈີຕອນ”. ບັນດາຜູ້ແທນເຂົ້າຮ່ວມວາລະປະຊຸມ ໄດ້ເນັ້ນໜັກວ່າ: ຖ້າຫາກບໍ່ສາມາດທ່ວງທັນກັບເຕັກໂນໂລຢີ, ພວກເຮົາຈະຖືກຖອຍຫຼັງ. ນີ້ແມ່ນໜຶ່ງໃນບັນດາການທ້າທາຍໃຫຍ່ສຳລັບວິທະຍຸ ໂທລະພາບໃນສັງກາດເຕັກໂນໂລຢີດີຈີຕອນ.
ກ່ອນໜ້ານັ້ນ, ລາຍການ Hot Radio ຂອງວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບລາງວັນພິເສດສຳລັບລາຍການກະຈາຍສຽງຂອງສະຫະສະມາຄົມວິທະຍຸ-ໂທລະພາບອາຊີ-ປາຂີຝິກ 2013 (ABU Prizes 2013). ພິທີມອບລາງວັນນອນໃນຂອບເຂດກອງປະຊຸມຄັ້ງທີ 50 ຂອງ ABU. ຮ່ວາຍແອງ, ໂຄສົກຂອງລາຍການ Hot Radio ແບ່ງປັນວ່າ:
“ພວກຂ້າພະເຈົ້າແມ່ນໜ່ວຍເຮັດວຽກທີ່ສະໜິດຕິດພັນນຳກັນ ແລະ ພວກຂ້າພະເຈົ້າໄດ້ໃຊ້ກຳລັງແຮງ ແລະ ເວລາຫຼາຍເພື່ອຈັດລາຍການນີ້. ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ເປັນກຽດເມື່ອໄດ້ຮັບໜ້າທີ່ເປັນໂຄສົກຂອງລາຍການ Hot Radio. ໝານຜົນນີ້ບໍ່ແມ່ນຂອງຂ້າພະເຈົ້າຜູ້ດຽວ, ຫາກແມ່ນຜົນງານລວມຂອງໜ່ວຍຜະລິດລາຍການ Hot Radio ທັງໝົດ ແລະ ລະບົບກະຈາຍສຽງດົນຕີ, ຂໍ້ມູນຂ່າວສານ, ບັນເທິງຂອງວິທະຍຸກະຈາຍສຽງຫວຽດນາມ“.
ທີ່ພິທີມອບລາງວັນຈັດຂຶ້ນໃນຕອນຄ່ຳວັນທີ 28/10, ABU Prizes 2013 ໄດ້ມອບ 7 ລາງວັນໃຫ້ແກ່ບັນດາລາຍການກະຈາຍສຽງ ແລະ 8 ລາງວັນໃຫ້ແກ່ບັນດາລາຍການໂທລະພາບ ຊື່ງໄດ້ຄັດເລືອກຈາກກ່ວາ 260 ລາຍການຂອງ 20 ກ່ວາປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານເຈິ່ນບິງມິງ, ຜູ້ອຳນວຍການໃຫ່ຍໂທລະພາບຫວຽດນາມ ໃຫ້ຮູ້ວ່າ:
“ພິທີມອບລາງວັນ ABU Prizes 2013 ເພື່ອເຊີດຊູບັນດາຜົນງານພາຍຫຼັງ1 ປີແຫ່ງການປະຕິບັດຢ່າງບໍ່ຮູ້ອິດຮູ້ເມື່ອຍ, ມີຫົວຄິດປະດິດສ້າງຂອງບັນດາສະມາຊິກສະຫະສະມາຄົມ.. ຂ້າພະເຈົ້າເຊື່ອໝັ້ນວ່າ, ມີຫຼາຍລາຍການໂທລະພາບ, ກະຈາຍສຽງມ່ວນທີ່ສຸດ ແລະ ເໝາະສົມທີ່ໄດ້ຮັບລາງວັນ ກໍ່ຄືມີຫຼາຍຜົນງານ, ຂໍ້ລິເລີ່ມໃນຂົງເຂດກະຈາຍສຽງໂທລະພາບໃນ 1 ປີຜ່ານມາ“.