(vovworld) – ວັນທີ 16/01, ໃນຖະແຫຼງການເປັນທາງການ, ທ່ານຜູ້ອຳນວຍການໃຫຍ່ ອົງການພະລັງງານປະລາມະນູສາກົນ (IAEA) Yukiya Amano ຢັ້ງຢືນວ່າ, ອີຣານ ໄດ້ເຄົາລົບບັນດາຄຳໝັ້ນສັນຍາຂອງປະເທດນີ້ ຕາມຂໍ້ຕົກລົງນິວເຄຼຍ ທີ່ບັນລຸໄດ້ລະຫວ່າງເຕເຣຣານ ກັບ 6 ປະເທດມະຫາອຳນາດໃນໂລກ ຂຶ້ນກັບກຸ່ມ P5+1 ເມື່ອເດືອນ 07/2015 ຢູ່ນະຄອນຫຼວງ ວຽນ, ປະເທດອົດຕາລິດ, ເປີດຊ່ອງທາງໃຫ້ການຍົກເລີກບັນດາຄຳສັ່ງລົງໂທດຂອງສາກົນສຳລັບອີຣານ.
ແລະກໍໃນວັນດຽວກັນ, ສະຫະພາບເອີລົບ (EU) ໄດ້ເຫັນດີຍົກເລີກບັນດາຄຳສັ່ງລົງໂທດດ້ານເສດຖະກິດຕ້ານອີຣານ. ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ກໍແຈ້ງວ່າ, ວໍຊິງຕັນ ໄດ້ປະຕິບັດຄຳໝັ້ນສັນຍາຂອງຕົນໃນຂໍ້ຕົກລົງນິວເຄຼຍກັບອີຣານ. ສະຫະປະຊາຊາດ, ອັງກິດ ແລະ ຝລັ່ງ ໄດ້ຊົມເຊີິຍ ການປະຕິບັດຂໍ້ຕົກລົງນິວເຄຼຍອີຣານ ແລະ ສະແດງຄວາມປາດຖະໜາວ່າ, ຜົນສຳເລັດດັ່ງກ່າວຈະປະກອບສ່ວນເຂົ້າໃນສະຖຽນລະພາບໃນພາກພື້ນ.