(vovworld) - ວັນທີ 18/06, ກອງທຶນເງິນຕາສາກົນ (IMF) ໄດ້ກ່າວເຕືອນວ່າ ຖ້າຫາກອັງກິດອອກຈາກສະຫະພາບເອີລົບ (EU) ຫຼື ເອີ້ມວ່າ “Brexit”, ລາຍຮັບຂອງປະຊາຊົນປະເທດນີ້ຈະຖືກຫຼຸດລົງໃນໄລຍະຍາວ, ພ້ອມທັງຈະມີການກະທົບທີ່ຫຍ້ໍທໍ້ ແລະ ຮ້າຍແຮງເຖິງເສດຖະກິດພາຍໃນປະເທດນີ້ ກໍຄືເຖິງບັນດາພື້ນຖານເສດຖະກິດເອີລົບ ອື່ນໆ. IMF ຖືວ່າ, ເລື່ອງອັງກິດ ອອກຈາກ EU ຈະບໍ່ນຳເອົາຜົນປະໂຫຍດທາງດ້ານເສດຖະກິດໃດໆມາໃຫ້ອັງກິດ. ໃນຕໍ່ໜ້າ, ເສດຖະກິດຂອງອັງກິດ ຄາດວ່າຈະຖືກຊຸດໂຊມໃນຊຸມປີຈະມາເຖິງ. ໃນໄລຍະຍາວ, ບັນດາຄວາມເສຍຫາຍຂາດສະຖຽນລະພາບຖືກແກ່ຍາວ ພ້ອມກັບລາຍຈ່າຍດ້ານການຄ້າຫຼາຍກວ່ານັ້ນ ຈະເຮັດໃຫ້ທຸກສິ່ງທຸກຢ່າງທີ່ອັງກິດ ບັນລຸໄດ້ຖືກລົບລ້າງໄປ. ໃນຈຸດເວລາທີ່ການລົງປະຊາມະຕິຢູ່ອັງກິດ ໃກ້ຈະມາຮອດແລ້ວ (ຄືໃນວັນທີ 23/06), ບໍ່ພຽງແຕ່ບັນດາອົງການເສດຖະກິດສາກົນຄື: IMF, ທະນາຄານໂລກ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ ແລະ ບັນດານັກວາງແຜນນະໂຍບາຍເອີລົບ ໄດ້ຍົກອອກຄຳກ່າວເຕືອນກ່ຽວກັບບັນດາໄພຂາດສະຖຽນລະພາບ ແລະ ຄວາມວຸນວາຍອັນໃຫຍ່ຫຼວງ ຖ້າຫາກເລື່ອງອັງກິດ ອອກຈາກ EU ເກີດຂຶ້ນ.