ສຳນັກງານທະນາຄານແຫ່ງລັດຫວຽດນາມ
ພາບ:TTXVN
(vovworld)- ຄະນະທາບທາມຄຳເຫັນດ້ານເສດຖະກິດມະຫາພາກປະຈຳປີຂອງກອງທຶນເງິນຕາສາກົນ( IMF) ພວມປະຕິບັດງານຢູ່ຫວຽດນາມ ແລະ ໄດ້ຕີລາຄາຢ່າງຕັ້ງຫນ້າກ່ຽວກັບການຜັນແປ່ດ້ານເສດຖະກິດມະຫາພາກ ແລະ ການບໍລິຫານນະໂຍບາຍຂອງທະນາຄານແຫ່ງລັດຫວຽດນາມໃນໄລຍະຜ່ານມາ. IMF ກໍຢືນຢັນວ່າ: ຕະຫລາດການເງິນໄດ້ກັບຄືນສູ່ຄວາມເປັນປົກກະຕິ ຍ້ອນຄວາມມານະພະຍາຍາມຂອງທະນາຄານແຫ່ງລັດຫວຽດນາມໃນການສະຫນອງເງິນຮັບໃຊ້ການຊຳລະ ແລະ ໂຮມທະນາຄານນ້ອຍ, ອ່ອນດ້ອຍເຂົ້າກັນ. IMF ເນັ້ນຫນັກວ່າ ບັນດາຜົນງານທີ່ບັນລຸໄດ້ໃນການຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ຕະຫລາດການເງິນໃນປີ 2012 ໄດ້ປົວແປງລະດັບຄວາມໄວ້ວາງໃຈຂອງບັນດາສະມາຊິກເຂົ້າຮ່ວມຕະຫລາດສຳລັບທະນາຄານແຫ່ງລັດ. IMF ຍັງສະເຫນີລັດຖະບານຫວຽດນາມກ່ຽວກັບບັນດາມາດຕະການເພື່ອຮັກສາບັນດາຜົນປະໂຫຍດຈາກການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວນຮັກສານະບົດບາດຂອງໂຍບາຍປະຈຸບັນ.