IPUຕີລາຄາສູງບົດຮຽນຂອງສະພາແຫ່ງຊາດຫວຽດນາມ
ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ IPU
(ພາບ: Tố Uyên/TTXVN)
(vovworld) – ຫວຽດນາມ ມີບັນດາການປະກອບສ່ວນຢ່າງແຮງເຂົ້າໃນການເຄື່ອນໄຫວຕ່າງໆຂອງ ສະຫະພັນລັດຖະສະພາລະຫວ່າງຊາດໂລກ (IPU), ມານະພະຍາຍາມຊຸກຍູ້ການພົວພັນກັບບັນດາລັດຖະສະພາສະມາຊິກໃນໂລກ. ນັ້ນແມ່ນຂໍ້ສັງເກດຂອງທ່ານເລຂາທິການໃຫຍ່ ສະຫະພັນລັດຖະສະພາລະຫວ່າງຊາດໂລກ (IPU) Martin Chungong ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ເຊີແນວ, ປະເທດສະວິດ. ທ່ານ Martin Chungong ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຮັກສາຕຳແໜ່ງການນຳທີ່ສຳຄັນໃນ IPU, ໃນສະພາບໍລິຫານງານ, ອົງການອັນດັບໜຶ່ງຂອງ IPU ຫຼາຍເທື່ອແລ້ວ ແລະ ໄດ້ຮັບການເລືອກຕັ້ງເປັນຮອງປະທານ IPU. ສະພາແຫ່ງຊາດ ຫວຽດນາມ ກໍ່ເຄີຍຮັກສາຕຳແໜ່ງປະທານກຸ່ມການເມືອງ ອາຊີ - ປາຊີຟິກ, ກຸ່ມ ອາຊຽນ +3 ໃນຂອບເຂດກອງປະຊຸມໃຫຍ່ IPU. ຍາມໃດ ຫວຽດນາມ ກໍ່ສະແດງຄວາມຕັ້ງໜ້າ ແລະ ແມ່ນສະມາຊິກມີຄວາມຮັບຜິດຊອບໃນທຸກໆການເຄື່ອນໄຫວເພື່ອບັນດາຈຸດໝາຍຂອງ IPU ຄືຊຸກຍູ້ສັນຕິພາບ ແລະ ພັດທະນາໃນໂລກ, ຊຸກຍູ້ບົດບາດ ແລະ ສິດຂອງແມ່ຍິງ, ເດັກນ້ອຍ. ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ IPU ຄັ້ງທີ 132 ຈະສ້າງເວທີປາໄສສຳຄັນເພື່ອໃຫ້ບັນດາສະມາຊິກລັດຖະສະພາ, ບັນດາລັດຖະສະພາສະມາຊິກແລກປ່ຽນກ່ຽວກັບຍຸດທະສາດພັດທະນາຫຼັງປີ 2015, ພ້ອມທັງຍົກສູງສຽງເວົ້າຂອງກຸ່ມບັນດາປະເທດ ອາຊີ ສະຫະພັນລັດຖະສະພາລະຫວ່າງຊາດໂລກ.