(vovworld) – ວັນທີ 12/03, ວົງການເຈົ້າໜ້າທີ່ອີຣັກ ໃຫ້ຮູ້ວ່າ, ພວກກະບົດຂຶ້ນກັບອົງການລັດອິດສະລາມ (IS) ອ້າງຊື່ເອງ ໄດ້ດຳເນີນການບຸກໂຈມຕີດ້ວຍເຄມີ 2 ຄັ້ງ ຢູ່ມໍ່ກັບນະຄອນ Kirkuk, ທາງພາກເໜືອອີຣັກ, ເຮັດໃຫ້ເດັກຍິງຄົນໜຶ່ງເສຍຊີວິດ ແລະ ປະມານ 600 ຄົນຮັບບາດເຈັບ. ເຫດບຸກໂຈມຕີຫຼ້າສຸດຖືກເກີດຂຶ້ນໃນຕອນເຊົ້າວັນທີ 12/03, ຢູ່ເທດສະບານ Taza, ຫ່າງຈາກທາງທິດເໜືອນະຄອນຫຼວງ ແບກແດດ 220 ກ.ມ. ເທດສະບານນີ້ກໍຍັງຖືກ ບັນດາລູກຈະຫຼວດມີທາດເຄມີຍິງໃສ່ 3 ວັນກ່ອນນັ້ນ. ທ່ານນາຍົກລັດຖະມົນຕີອີຣັກ Haider Al Abadi ຖະແຫຼງວ່າ, IS ຈະຖືກໂຕ້ຕອບຍອນໃຫ້ເຫດບຸກໂຈມຕີນີ້. ໃນເດືອນກ່ອນ, ເປັນຄັ້ງທຳອິດທີ່ທ່ານຫົວໜ້າອົງການສືບລາຊະການລັບສູນກາງອາເມລິກາ John Brennan ໄດ້ກ່າວຫາ IS ນຳໃຊ້ອາວຸດເຄມີຢູ່ອີຣັກ ແລະ ຊີຣີ.