(vovworld) – ວັນທີ 24/02, ສູນຂໍ້ມູນຂ່າວສານຂອງສະຫະປະຊາຊາດ ປະຈຳເຕເຣຣານ ໃຫ້ຮູ້ວ່າ, ອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ ໄດ້ກໍ່ໂທດກຳດັບສູນເຊື້ອຊາດ ອັນໄດ້ທຳລາຍຊີວິດສາມັນຊົນກວ່າ 11.600 ຄົນ ແລະ ເຮັດໃຫ້ກວ່າ 21.700 ຄົນອື່ນຢູ່ອີຣັກ ຮັບບາດເຈັບ ແຕ່ວັນທີ 01/01 ຫາວັນທີ 10/12/2014. ໃນບົດລາຍງານສາມັນຂອງຕົນ, ອົງການສະຫະປະຊາຊາດ ກໍ່ຊີ້ໃຫ້ເຫັນວ່າ ຢ່າງໜ້ອຍສຸດມີກໍລະນີຄາດຕະກຳ 165 ຄັ້ງໄດ້ຮັບການປະຕິບັດ ຍ້ອນອັນທີ່ເອີ້ນວ່າ “ສານ” ຢູ່ບັນດາເຂດນອນໃນການຄວບຄຸມຂອງ IS ໃນໄລຍະດັ່ງກ່າວ. ບົດລາຍງານຂອງສະຫະປະຊາຊາດ ກໍ່ປະກາດບັນດາເອກະສານກ່ຽວກັບການກະທຳລະເມີດສິດທິມະນຸດຂອງ IS ຢູ່ອີຣັກ ກໍ່ຄືການຫຼຸດຜ່ອນຂອງບັນດາຫຼັກການດ້ານກົດໝາຍຢູ່ສ່ວນໃຫຍ່ເຂດດິນແດນຂອງປະເທດຊາດ. ບັນດາການກະທຳລະເມີດສິດທິມະນຸດດັ່ງກ່າວລວມທັງການເຂັ່ນຂ້າພົນລະເມືອງ, ລອກຈັບຕົວ, ຄ້າຂາຍແມ່ນຍິງ ແລະ ເດັກ…