( vovworld ) – ວັນທີ 17/5, ຢູ່ຮ່າໂນ້ຍ, ອົງການພັດທະນາອຸດສາຫະກຳ ສະຫະປະຊາຊາດ ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ຈັດເວທີປາໄສເຕັກໂນໂລຊີຂໍ້ມູນຂ່າວສານຂຽວ (IT ຂຽວ). ທີ່ເວທີປາໄສ, ບັນດາຜູ້ຊ່ຽວຊານໄດ້ລາຍງານບົດປະກອບຄວາມເຫັນກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສິ່ງແວດລ້ອມ-ວິໄສທັດສາກົນກ່ຽວກັບບັນດາບັນຫາ ແລະ ກາລະໂອກາດ; ແນະນຳບັນດາໂຄງການຮັບຜິດຊອບທາງສັງຄົມຂອງວິສາຫະກິດ ແລະ ບັນດາບັນຫາສິ່ງແວດລ້ອມ. ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຂຽວ (IT ຂຽວ) ໃນວິສາຫະກິດ….. ບັນດາຜູ້ຊ່ຽວຊານໃຫ້ຂໍ້ສັງເກດວ່າ: ເຕັກໂນໂລຊີຂໍ້ມູນຂ່າວສານສວມບົດບາດສຳຄັນໃນຊີວິດຂອງມະນຸດ ກໍຄືໃນລະບົບການສະໜອງ ແລະ ຕ່ອງໂສ້ການຜະລິດ. ທ່ານ Nguyen Quang Vinh ຜູ້ອຳນວຍການຫ້ອງການໜູນຊ່ວຍພັດທະນາແບບຍືນຍົງ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ: “ຍົກສູງສະຕິຄວາມຮັບຮູ້ແມ່ນວຽກງານສຳຄັນທີ່ສຸດສຳລັບບັນດາວິສາຫະກິດ ເພື່ອໃຫ້ວິສາຫະກິດຫລີກລ້ຽງການນຳເຂົ້າບັນດາເຄຶ່ອງອຸປະກອນເຕັກໂນໂລຊີຂໍ້ມູນຂ່າວສານທີ່ຫລ້າສະໄໝ ເຮັດໃຫ້ ຫວຽດນາມ ກ່າຍເປັນແຫ່ງຖີ້ນຂີ້ເຫຍື່ອເຕັກໂນໂລຊີ. ທີ 2 ແມ່ນ ບັນດາອົງການຂອງລັດຫວຽດນາມ ຕ້ອງຍົກອອກບັນດາຂໍ້ກຳນົດຢ່າງເຂັ້ມງວດ, ເພື່ອສະກັດກັ້ນເລື່ອງນຳເຂົ້າບັນດາເຄື່ອງອຸປະກອນຫລ້າສະໄໝເຂົ້າ ຫວຽດນາມ. ບັນດາເຄື່ອງອຸປະກອນເຫຼົ່ານັ້ນອາດຈະກໍ່ໃຫ້ເກີດມົນລະຜິດຕໍ່ສິ່ງແວດລ້ອມໃຫ້ແກ່ຫວຽດນາມ“