MERCOSUR ແລະ EU ສິ້ນສຸດວິວັດການເຈລະຈາ FTA

(VOVWORLD) -ວັນທີ 28 ມິຖຸນາ, ກຸ່ມຕະຫຼາດລວມອາເມລິກາໃຕ້ (MERCOSUR) ລວມມີບັນດາປະເທດ: ບຣາຊິນ, ອາກຊັງຕິນ, ປາລາກວາຍ ແລະ ອູຣູກວາຍ ໄດ້ເປັນເອກະພາບກັບສະຫະພາບເອີລົບ (EU) ກ່ຽວກັບຮ່າງສັນຍາການຄ້າເສລີ (FTA)

ຜ່ານນັ້ນສິ້ນສຸດວິວັດການເຈລະຈາມຸ່ງໄປເຖິງການລົງນາມໃນເອກະສານສຳຄັນດັ່ງກ່າວ. ນີ້ແມ່ນຂີດໝາຍປະຫວັດສາດ ແລະ ກໍ່ແມ່ນໜຶ່ງໃນບັນດາຂໍ້ຕົກລົງດ້ານການຄ້າສຳຄັນທີ່ສຸດໃນໂລກ ດ້ວຍວິວັດການເຈລະຈາແກ່ຍາວເປັນເວລາເກືອບ 20 ປີ, ດ້ວຍການເຈລະຈາ 39 ຄັ້ງ. ພາຍຫຼັງລົງນາມຢ່າງເປັນທາງການ, FTA ຈະຊ່ວຍໃຫ້ສິນຄ້າຂອງ 2 ຝ່າຍແຊກຊຶມເຂົ້າຕະຫຼາດທີ່ກ້ວາງໃຫຍ່ ດ້ວຍພົນລະເມືອງກວ່າ 800 ລ້ານຄົນ, ກວມເອົາ ¼ ຍອດຜະລິດຕະພັນພາຍໃນ (GDP) ຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ