Nikkei ຈັດບໍລິສັດ VNG ເຂົ້າໃນ top 10 ບໍລິສັດທີ່ໜ້າສົນໃຈຢູ່ ອາຊີ

(VOVWORLD) -ຕາມ Nikkei Asia ແລ້ວ, VNG ແມ່ນໜຶ່ງໃນບັນດາບໍລິສັດທີ່ໄດ້ຕິດຕາມຫຼາຍທີ່ສຸດຢູ່ ຫວຽດນາມ ແລະ ເປັນຄັ້ງທຳອິດທີ່ຈະຈຳໜ່າຍໃບຫຸ້ນ (IPO) ໃນປີ 2023.
Nikkei ຈັດບໍລິສັດ VNG ເຂົ້າໃນ top 10 ບໍລິສັດທີ່ໜ້າສົນໃຈຢູ່ ອາຊີ - ảnh 1ບໍລິສັດຫຸ້ນສ່ວນ VNG
(ພາບ: VNG)

        ໜັງສືພິມ Nikkei Asia ສະບັບອອກວັນທີ 06 ມັງກອນ, ໄດ້ປະກາດບັນຊີລາຍຊື່ 10 ບໍລິສັດທີ່ໜ້າສົນໃຈຢູ່ ອາຊີ ໃນປີ 2023, ໃນນັ້ນ, ມີບໍລິສັດຫຸ້ນສ່ວນ VNG, ເຊິ່ງໄດ້ຮັບຖືວ່າແມ່ນບໍລິສັດເຕັກໂນໂລຊີແຖວໜ້າຂອງ ຫວຽດນາມ.

        ຕາມ Nikkei Asia ແລ້ວ, VNG ແມ່ນໜຶ່ງໃນບັນດາບໍລິສັດທີ່ໄດ້ຕິດຕາມຫຼາຍທີ່ສຸດຢູ່ ຫວຽດນາມ ແລະ ເປັນຄັ້ງທຳອິດທີ່ຈະຈຳໜ່າຍໃບຫຸ້ນ (IPO) ໃນປີ 2023. VNG ກໍ່ໄດ້ຮັບຖືວ່າພວມກະກຽມໃຫ້ແກ່ການຈຳໜ່າຍໃບຫຸ້ນຢູ່ ອາເມລິກາ. ໜັງສືພິມ Nikkei Asia ຖືວ່າ VNG ພວມກາຍເປັນໜຶ່ງໃນໝູ່ດາວເຕັກໂນໂລຊີພວມພົ້ນເດັ່ນຂຶ້ນຢູ່ ອາຊີຕາເວັນອອກສ່ຽງໃຕ້, ສະໜອງບັນດາການບໍລິການ game, ລະບົບສົ່ງຂໍ້ຄວາມ ແລະ ການຊຳລະຜ່ານໂທລະສັບມືຖື… ໂດຍໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 2004, ດ້ວຍຜູ້ນຳໃຊ້ຢູ່ກວ່າ 130 ປະເທດ, VNG ຕັ້ງຄາດໝາຍດຶງດູດລູກຄ້າໃຫ້ໄດ້ 320 ລ້ານຄົນໃນທົ່ວໂລກປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ