(VOVWORLD) - “ບັນດາການພົບເຫັນຂອງເຂົາເຈົ້າໄດ້ກໍ່ຄວາມສັ່ນສະເທືອນໃນທົ່ວໂລກ”.
ພາບປະກອບ |
ນີ້ແມ່ນຂໍ້ສັງເກດເຊິ່ງ ທ່ານ Goran K Hansson, ເລຂາທິການໃຫຍ່ສະພາມະຫາບັນດິດວິທະຍາສາດລາຊະອານາຈັກ ຊູແອັດ ສະຫງວນໃຫ້ນັກວິທະຍາສາດ ອາເມລິກາ 3 ຄົນນັ້ນແມ່ນ: Rainer Weiss, Bary C.Barish ແລະ Kip S.Thorne ໃຫ້ກິດຈະກຳຄົ້ນຄ້ວາສະຖານີກວດສອບຄື້ນ laser ດຶງດູດ (LIGO) ຍາດໄດ້ລາງວັນ Nobel 2017.
LIGO ແມ່ນສະຖານີ ກວດສອບຄື້ນ laser ດຶງດູດ ດ້ວຍແສງ laser ແຊກແຊງ. ລະບົບນີ້ມີມູນຄ່າ 620 ລ້ານ USD ໄດ້ຊ່ວຍໃຫ້ບັນດານັກດາລາສາດ ສັງເກດເຫດການຂຸມດຳສອງຂຸມກະທົບໃສ່ກັນນີ້ ແມ່ນການທົດລອງຟິຊິກສາດ ດ້ວຍຂອບຂະໜາດໃຫຍ່ ເພື່ອແນໃສ່ພົບເຫັນຄື້ນດຶງດູດໂດຍກົງ.