Passport ​ວັກ​ຊິນ: ຕ້ອງ​ສ້າງ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງ​ຜົນ​ປະ​ໂຫຍດ ແລະ ຄວາມ​ສ່ຽງ

(VOVWORLD) -ທາງກະຊວງພວມເຮັດວຽກກັບກະຊວງ, ຂະແໜງການຕ່າງໆ ເພື່ອຄົ້ນຄວ້າ, ລາຍງານຕໍ່ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19, ລາຍງານຕໍ່ລັດຖະບານ ເພື່ອເຮັດແນວໃດໃຫ້ທັງຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ, ທັງເປີດປະຕູພື້ນຖານເສດຖະກິດ ດ້ວຍການເປີດສາຍການບິນສາກົນຄືນໃໝ່.
Passport ​ວັກ​ຊິນ: ຕ້ອງ​ສ້າງ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງ​ຜົນ​ປະ​ໂຫຍດ ແລະ ຄວາມ​ສ່ຽງ - ảnh 1ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ (ພາບ:VGP)

   ຕອນບ່າຍວັນທີ 31 ມີນາ, ທີ່ການຖະແຫຼງຂ່າວລັດຖະບານປະຈຳເດືອນ ມີນາ, ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບການຜັນຂະຫຍາຍ “Passport ວັກຊິນ” (ບັດຢັ້ງຢືນຮັບວັກຊິນ) ກໍຄືການເຊື່ອມຕໍ່ສາຍການບິນສາກົນຄືນໃໝ່, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ໃຫ້ຮູ້ວ່າ ທາງກະຊວງພວມເຮັດວຽກກັບກະຊວງ, ຂະແໜງການຕ່າງໆ ເພື່ອຄົ້ນຄວ້າ, ລາຍງານຕໍ່ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19, ລາຍງານຕໍ່ລັດຖະບານ ເພື່ອເຮັດແນວໃດໃຫ້ທັງຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ, ທັງເປີດປະຕູພື້ນຖານເສດຖະກິດ ດ້ວຍການເປີດສາຍການບິນສາກົນຄືນໃໝ່. ທ່ານກ່າວວ່າ:

        “ກະຊວງສາທາລະນະສຸກ ພວມຂຶ້ນແຜນຄົ້ນຄວ້າ, ກ່ອນອື່ນໝົດແມ່ນວິທີການແຍກຕົວທີ່ເໝາະສົມກັບຄົນເຂົ້າເມືອງທີ່ໄດ້ຮັບການສັກວັກຊິນຢ່າງຄົບຖ້ວນຕາມຂໍ້ກຳນົດ. ທາງກະຊວງກໍພວມກະກຽມໃຫ້ແກ່ບັນດາແຜນການສຳລັບການນຳໃຊ້ Passport ວັກຊິນ ໃນອະນາຄົດ. ເຖິງຢ່າງໃດກໍຕາມ, ນີ້ຍັງຄົງແມ່ນບັນດາແບບວິທີທີ່ ພວກເຮົາຕ້ອງປຶກສາຫາລືໃຫ້ລະອຽດລະອໍ ເພາະວ່າ ຕ້ອງສ້າງຄວາມດຸ່ນດ່ຽງລະຫວ່າງຜົນປະໂຫຍດ ແລະ ຄວາມສ່ຽງ”.

ຕອບກັບ

ຂ່າວ/ບົດ​ອື່ນ