ທ່ານນາຍົກລັດຖະມົນຕີ Slovakia ຕ້ອນຮັບທ່ານ ເຈືອງມີງຕວນ ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ
|
(vovworld)- ວັນທີ 30/11, ທີ່ການຕ້ອນຮັບທ່ານ ເຈືອງມີງຕວນ ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ Slovakia, Robert Fico ຢືນຢັນວ່າ Slovakia ປາດຖະຫນາຢາກເປີດກວ້າງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ກັບຫວຽດນາມ, ປະກອບສ່ວນເພີ່ມທະວີການພົວພັນທີ່ເປັນມູນເຊື້ອມິດຕະພາບອັນດີດງາມລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ Fico ໃຫ້ຮູ້ວ່າ: Slovakia ພວມຕັ້ງຫນ້າຊຸກຍູ້ການສ້າງຕັ້ງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດກັບຫວຽດນາມ ໃນເຄິ່ງປີ 2017. ທ່ານນາຍົກລັດຖະມົນຕີ Slovakia ຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ Slovakia ແລະ ມີຄຳໝັ້ນສັນຍາຈະສືບຕໍ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວຫວຽດນາມເຊື່ອມໂຍງເຂົ້າກັບສັງຄົມ Slovakia ຢ່າງເລິກເຊິ່ງກວ້າງຂວາງ. ສ່ວນທ່ານລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ເຈືອງມີງຕວນ ໃຫ້ຮູ້ວ່າ: ລັດຖະບານຫວຽດນາມ ຖືເປັນສຳຄັນການເພີ່ມທະວີການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບ Slovakia.