ທ່ານ Hamadi Jebali, ນາຍົກລັດຖະມົນຕີ Tunisia
ພາບ: internet
|
(vovworld) - ວັນທີ 6/2, ນາຍົກລັດຖະມົນຕີ Tunisia, Hamadi Jebali ໄດ້ປະກາດຍຸບເລິກລັດຖະບານພັນທະມິດກຳອຳນາດເພື່ອເປີດຊ່ອງທາງໃຫ້ແກ່ການສ້າງຕັ້ງລັດຖະບານ ຮັບຜິດຊອບການນຳພາປະເທດຊາດນັບແຕ່ນີ້ຮອດໄລຍະດຳເນີນບັນດາການເລືອກຕັ້ງ. ແຈ້ງການດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ Jebali ຍົກອອກໃນສະພາບບັນດາການແຫ່ຂະບວນປະທ້ວງສືບຕໍ່ແຜ່ລາມອອກສູ່ວົງກວ້າງຢູ່ນະຄອນຫລາຍແຫ່ງໃນ Tunisia ພາຍຫລັງຫົວຫນ້າພັກບັນດາຜູ້ຮັກຊາດປະຊາທິປະໄຕ ຝ່າຍຄ້ານ, ທ່ານ Chokri Belaid ຖືກຍິງຕາຍຢູ່ຕໍ່ຫນ້າເຮືອນສ່ວນຕົວຂອງທ່ານໃນວັນດຽວກັນ. ທ່ານ Jebali ຖືວ່າ ເຫດການດັ່ງກ່າວແມ່ນການກະທຳກໍ່ການຮ້າຍ ແລະ ໃຫ້ຄຳໝັ້ນໝາຍຈະມານະພະຍາຍາມຈັບຕົວການ. ອາເມລິກາ ແລະ ຝລັ່ງ ກໍກ່າວປະນາມເຫດເຂັ່ນຂ້າທ່ານ Belaid. ໃນວັນດຽວກັນ, ມີຜູ້ແຫ່ຂະບວນປະທ້ວງ 1000 ຄົນ ໄດ້ຢືນຢູ່ນອກສຳນັກງານກະຊວງພາຍໃນຂອງ Tunisia ແລະ ເກີດການປະທະກັນກັບກຳລັງປ້ອງກັນຄວາມສະຫງົບ.