(VOVWORLD) -ວັນທີ 3 ທັນວາ, ສະຫະລັດ ອາຣັບ ເອມີເລັດ (UAE) ໄດ້ເປັຍການນຳໃຊ້ ວີຊາທ່ອງທ່ຽວໃຫ້ແກ່ພົນລະເມືອງ ອິດສະລາແອັນ.
ຊາວອິດສະລາແອັນຢູ່ສະໜາມບິນ Dubai (ພາບ: AFP) |
ນີ້ແມ່ນບາດກ້າວເດີນຫຼ້າສຸດ ຂອງ UAE ພາຍຫຼັງການຫັນປ່ຽນສ້າງການພົວພັນກັບ ອິດສະລາແອັນ ເປັນປົກກະຕິໃນເດືອນກັນຍາທີ່ຜ່ານມາ. ສຳນັກຂ່າວສານ WAM ຂອງ UAE ໄດ້ລົງຂ່າວຂອງກະຊວງການຕ່າງປະເທດ ປະເທດນີ້ ທີ່ປະກາດກ່ຽວກັບການອອກວີຊາທ່ອງທ່ຽວຜ່ານບັນດາບໍລິສັດການບິນ, ກໍ່ຄືບັນດາຫ້ອງການທ່ອງທ່ຽວ ແລະ ບໍລິສັດທ່ອງທ່ຽວທີ່ສະຫງວນໃຫ້ຜູ້ຖືໜັງສືຜ່ານແດນ ອິດສະລາແອັນ. ປັດຈຸບັນ, ສອງປະເທດນີ້ໄດ້ລົງນາມ ສົນທິສັນຍາຫຼາຍສະບັບກ່ຽວກັບບັນດາຖ້ຽວບິນໂດຍກົງ ແລະ ຍົກເວັ້ນວີຊາ, ພ້ອມກັບບັນດາສັນຍາກ່ຽວກັບການອາລັກຂາການລົງທຶນ, ວິທະຍາສາດ ແລະ ເຕັກໂນໂລຢີ.