UAE ຮຽກຮ້ອງຕາເວັນອອກກາງປອດອາວຸດນິວເຄຼຍ

UAE ຮຽກຮ້ອງຕາເວັນອອກກາງປອດອາວຸດນິວເຄຼຍ - ảnh 1
ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທ​ູດ Lana Nusseibeh
(ພາບ: uaeinteract.com)


(vovworld) - ​ບັນ​ດາ​ປະ​ເທດອາ​ຣັບ​ເອມ​ມີ​ເລດ​ຢູ​ໃນ​ເຕບ (UAE) ໄດ້​ຮຽກ​ຮ້ອງ​ປະ​ຊາ​​ຄົນ​ສາ​ກົນ​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ເພື່ອ​ມຸ່ງ​ໄປ​ເຖິງ​ເຂດ​ຕາ​ເວັນ​ອອກ​ກາງ ​ປອດອາ​ວຸດ​ນິວ​ເຄຼຍ ແລະ ອາ​ວຸດ​ລ້າງ​ຜານ, ເພື່ອ​ແນ​ໃສ່​ນຳ​ມາ​ເຊິ່ງ​ຄວາມ​​ໝັ້ນ​ຄົງແລະ ປອດ​ໄພ​ໃນ​ທົ່ວ​ເຂດ. ໃນ​ບົດ​ກ່າວ​ປາ​ໄສ​ຕໍ່​ໜ້າ​ວາ​ລະ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ຄະ​ນະ​ກຳ​ມະ​ການຫຼ​ຸດ​ຜ່ອນ​ກຳ​ລັງ​ອາ​ວຸດ ແລະ ຄວາມ​ສະ​ຫງົບ​ສາ​ກົນ ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ, ​ທີ່​ນິວຢອກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ Lana Nusseibeh, ຜູ້​ຕາງ​ໜ້າ​ປະ​ຈຳ​ການ​ຂອງ UAE ຢູ່​ສະ​ຫະ​ປະ​ຊາ​ຊາດ ໄດ້​ຕີ​ລາ​ຄາ​ສ​ູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຄະ​ນະ​ກຳ​ມະ​ການນີ້​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ສະ​ຫງົບ​ໃນ​ພາກ​ພື້ນ ແລະ ສາ​ກົນ. ພ້ອມ​ທັງຢືນ​ຢັນ​ຄືນ​ໃໝ່​ວ່າ UAE ຈະ​ສືບ​ຕໍ່​​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບັນ​ຫາຫຼຸ​ດ​ຜ່ອນ​ກຳ​ລັງ​ອາ​ວຸດ ແລະ ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ.


ຂ່າວ/ບົດ​ອື່ນ