ຕະຫຼາດ ກ໋າຍຣັງ ຢູ່ ເກີນເທີ
|
(vovworld) – ວັນທີ 14/12, ຄະນະກຳມະການປະຊາຊົນນະຄອນເກີນເທີ ມີການເຮັດວຽກກັບຜູ້ຕາງໜ້າອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ກ່ຽວກັບມາດຕະການອະນຸລັກຮັກສາ ແລະ ຂຸດຄົ້ນບັນດາມູນຄ່າ, ມໍລະດົກວັດທະນະທຳທີ່ເປັນມູນເຊື້ອເພື່ອພັດທະນາການທ່ອງທ່ຽວໃນໄລຍະຫັນເປັນຕົວເມືອງ. ທ່ານນາງ ຟ້າມທິແທງເຮື່ອງ, ຜູ້ຕາງໜ້າຄະນະຄົ້ນຄ້ວາວັດທະນະທຳຂອງ UNESCO ຫວຽດນາມ ໃຫ້ຮູ້ວ່າ: ໝາກຜົນຂອງການສຳຫຼວດຂອງ UNESCO ໄດ້ສະແດງໃຫ້ເຫັນວ່າ: ປະຈຸບັນ, ເກີນເທີ ພວມພັດທະນາຖືກທິດເມື່ອສຸມໃສ່ຂຸດຄົ້ນຮູບແບບການທ່ອງທ່ຽວຊີວະພາບ, ອະນຸຍາດໃຫ້ແຂກທ່ອງທ່ຽວໄດ້ສຳພັດໂດຍກົງກັບປະຊາຊົນທ້ອງຖິ່ນເພື່ອຊອກຮູ້ກ່ຽວກັບວັດທະນະທຳທ້ອງຖິ່ນ, ຜ່ານນັ້ນໄດ້ໂຄສະນາຮີດຄອງປະເພນີທີ່ເປັນມູນເຊື້ອຂອງ ຫວຽດນາມ ອອກສູ່ໂລກ. ຜູ້ຕາງໜ້າຄະນະຄົ້ນຄ້ວາວັດທະນະທຳຂອງ UNESCO ຫວຽດນາມ ໄດ້ສະເໜີແຂວງ ເກີນເທີ ຕ້ອງໝູນໃຊ້ຍຸດທະສາດແຫ່ງຊາດ “ພັດທະນາການທ່ອງທ່ຽວເຂດຊຸມຊົນ” ໂດຍ UNESCO ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ປະຕິບັດ. ນີ້ແມ່ນຮູບແບບການທ່ອງທ່ຽວສຸມໃສ່ເຂົ້າໃນວຽກງານໃຫ້ປຶກສາ, ຝຶກອົບຮົມ, ໜູນຊ່ວຍປະຊາຊົນ, ບັນດາຄອບຄົວດຳເນີນທຸລະກິດຍົກສູງສີມືການຊ່າງ, ຄຸນນະພາບການບໍລິການຜ່ານການສ້າງຕັ້ງ ແລະ ບໍລິຫານບັນດາສະຫະພັນສະຫະກອນທ່ອງທ່ຽວເອງ.