UNESCO ຮຽງບ່າຮຽງໄຫຼ່ພ້ອມກັບ ຫວຽດນາມ ໃນການສ້າງສັງຄົມແຫ່ງການຮຽນຮູ້

(VOVWORLD) - ໃນທົດສະວັດຜ່ານມາ, ຫວຽດນາມ ໄດ້ບັນລຸຄວາມຄືບໜ້າຢ່າງຕັ້ງໜ້າໃນທຸກຂົງເຂດ ນັບແຕ່ການເຜີຍແຜ່ການສຶກສາທົ່ວໄປ ຕະຫຼອດຮອດການຮຽນຕະຫຼອດຊີວິດ.
UNESCO ຮຽງບ່າຮຽງໄຫຼ່ພ້ອມກັບ ຫວຽດນາມ ໃນການສ້າງສັງຄົມແຫ່ງການຮຽນຮູ້ - ảnh 1(ພາບປະກອບ: TTXVN)

            ວັນທີ 08 ກັນຍາ, ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ (UNESCO) ໄດ້ຈັດພິທີສະເຫຼີມສະຫຼອງວັນສາກົນເພື່ອລົບລ້າງການກືກໜັງສື 2023 (ILD 2023) ດ້ວຍຫົວຂໍ້ວ່າ “ຊຸກຍູ້ການກືກໜັງສືສຳລັບ ໂລກທີ່ພວມຫັນປ່ຽນ: ສ້າງພື້ນຖານໃຫ້ແກ່ສັງຄົມແຫ່ງຄວາມສັນຕິພາບ ແລະ ຍືນຍົງ.” ນັບແຕ່ມັນເມື່ອອົງການ UNESCO ປະກາດເປັນຄັ້ງທໍາອິດໃນປີ 1966, ວັນສາກົນລົບລ້າງການກືກໜັງສື ໄດ້ຈັດຂຶ້ນໃນວັນທີ 08 ກັນຍາ ຂອງທຸກໆປີຢູ່ທົ່ວໂລກ.

            ເນື່ອງໃນໂອກາດນີ້, ທ່ານ Michael Croft, ຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈຳ ຫວຽດນາມ ຢືນຢັນວ່າ: ໃນທົດສະວັດຜ່ານມາ, ຫວຽດນາມ ໄດ້ບັນລຸຄວາມຄືບໜ້າຢ່າງຕັ້ງໜ້າໃນທຸກຂົງເຂດ ນັບແຕ່ການເຜີຍແຜ່ການສຶກສາທົ່ວໄປຕະຫຼອດຮອດ ການຮຽນຕະຫຼອດຊີວິດ. ໃນຖານະເປັນອົງການວິຊາສະເພາະຂອງສະຫະປະຊາຊາດ UNESCO ໄດ້ມອບສິດເຮັດວຽກກັບບັນດາປະເທດສະມາຊິກໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍ ຫວຽດນາມ ເພື່ອບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງສະບັບເລກທີ 4 ຂອງສະຫະປະຊາຊາດ (SDG4) ກ່ຽວກັບການຮຽນຮູ້ຕະຫຼອດຊີວິດ ແລະ ສ້າງສັງຄົມແຫ່ງການຮຽນຮູ້. ສິ່ງດັ່ງກ່າວລວມມີການໃຫ້ຄຳປຶກສາຕື່ມກ່ຽວກັບນະໂຍບາຍໜູນຊ່ວຍດ້ານເຕັກນິກ, ເພື່ອແນໃສ່ສ້າງບັນດານະໂຍບາຍ ແລະ ລະບົບການຮຽນຮູ້ຕະຫຼອດຊີວິດ ໃຫ້ບັນລຸປະສິດຕິຜົນ, ຮອບດ້ານ, ພ້ອມກັນນັ້ນ ກໍ່ຊຸກຍູ້ບັນດານະຄອນແຫ່ງການຮຽນຮູ້ ແລະ ສັງຄົມແຫ່ງການຮຽນຮູ້, ລວມມີທັງເຄືອຂ່າຍນະຄອນແຫ່ງການຮຽນຮູ້ທົ່ວໂລກຂອງ UNESCO.

ຕອບກັບ

ຂ່າວ/ບົດ​ອື່ນ