ຄຸ້ມເມືອງເກົ່າ ໂຮ້ຍອານ ( ພາບ : TTXVN )
|
vovworld- ວັນທີ່ 8/5 ຢູ່ນະຄອນ ໂຮ້ຍອານ ແຂວງ ກວາງນາມ, ອົງການ UNESCOໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງກວາງນາມ ປະກາດປະຕິບັດ ໂຄງການ “ໂຄສະນາບັນດາມໍລະດົກໂລກເຂດພາກກາງ ”. ຈຸດໝາຍຕົ້ນຕໍ່ຂອງໂຄງການແມ່ນເພື່ອແນໃສ່ເພີ່ມທະວີລັກສະນະຜູກຮັດລະຫວ່າງ 3 ເຂດມໍລະດົກໂລກ ເຫວ້ - ໂຮ້ຍອານ - ມີ້ເຊີນ ໃນການໂຄສະນາ, ສ້າງຄວາມໂດດເດັ່ນຢູ່ຕາມເຂດທ່ອງທ່ຽວ. ຈຸດທີ່ພົ້ນເດັ່ນໃນປີທຳອິດຂອງໂຄງການ ປີ 2012 ຈະສຸມໃສ່ເຂດມໍລະດົກໂລກ ໂຮ້ຍອານ ດ້ວຍບັນດາການເຄື່ອນໄຫວ ລະອຽດຄື: ຍົກລະດັບບັນດາສະຖານທີຂາຍປີ້ ບໍລິການ ແລະ ແນະນຳການຢ້ຽມຊົມທັດສະນະສຶກສາ ກາຍເປັນໜຶ່ງໃນບັນດາສູນຂໍ້ມຸນຂ່າວສານໃຫ້ແກ່ແຂກທ່ອງທ່ຽວ, ເພີ່ມເຕີມລະບົບປ້າຍໂຄສະນາ, ແນະນຳຢູ່ຕາມເຂດປູຊະນີຍະສະຖານ, ຕິດຕັ້ງລະບົບດອກໄຟດ້ວຍພະລັງງານແສງຕາເວັນຢູ່ຕາມ ເຂດປູຊະນີຍະສະ ຖານ.