Venezuela ນາບຂູ່ເນລະເທດພາລະກອນການທູດອາເມລິກາທັງໝົດ
ປະທານາທິບໍດີ Venezuela, Nicolas Maduro
ພາບ:internet
|
(vovworld)- ວັນທີ 2/10, ປະທານາທິບໍດີ Venezuela, Nicolas Maduro ຢືນຢັນວ່າ: ດ້ວຍການເນລະເທດພາລະກອນສະຖານທູດອາເມລິກາ 3 ຄົນ, ທ່ານໄດ້ດັບສູນກຸ່ມນຳຫນ້າທີ່ກໍ່ໃຫ້ເກີດຄວາມຂາດສະຖຽນລະພາບຢູ່ Venezuela ພ້ອມທັງໃຫ້ຮູ້ວ່າ: ຖ້າຫາກສືບຕໍ່ມີການກະທຳຕ້ານລັດຖະບານ Venezuela ທ່ານ ຈະເນລະເທດພາລະກອນການທູດອາເມລິກາ ທັງໝົດ. ທ່ານ Maduro ຍັງໃຫ້ຮູ້ວ່າ: ຂໍ້ຕົກລົງເນລະເທດອຸປະທູດຊົ່ວຄາວ ອາເມລິກາ Kelly Keiderling ແລະ ເຈົ້າຫນ້າທີ່ອື່ນ 2 ຄົນຂອງສະຖານທູດ ອາເມລິກາ ແມ່ນສັບສົນ ແລະ ຫຍຸ້ງຍາກ ແຕ່ຕ້ອງຍົກອອກຂໍ້ຕົກລົງນັ້ນ ເພາະວ່າ ເຂົາເຈົ້າຖືກກ່າວຫາວ່າ ໄດ້ເຂົ້າຮ່ວມການເຄື່ອນໄຫວທຳລາຍພື້ນຖານເສດຖະກິດ ແລະ ລະບົບໄຟຟ້າ, ກໍ່ຄວາມຂາດສະຖຽນລະພາບຢູ່ປະເທດ ອາເມລິກາໃຕ້ນີ້. ສ່ວນຝ່າຍ ວໍຊິງຕັນ ໄດ້ຖະແຫລງວ່າ ອຸປະທູດຊົ່ວຄາວ Calixto Ortega Rios ແລະ ນັກການທູດອື່ນ 2 ຄົນຂອງ Venezuela ຢູ່ ອາເມລິກາ ແມ່ນບຸກຄົນບໍ່ໄດ້ຮັບຄວາມຊົມເຊີຍ.